spot_img
HomeBaby-ແມ່ແລະເດັກລູກບໍ່ຖ່າຍຫຼາຍມື້ເຮັດແນວໃດດີ!

ລູກບໍ່ຖ່າຍຫຼາຍມື້ເຮັດແນວໃດດີ!

Published on

ເດັກເກີດໃມ່ຈະມີພັດທະນາການ ແລະ ການຈະເລີນເຕີບໂຕໃນສ່ວນຕ່າງໆຂອງຮ່າງກາຍໃນທຸກໆມື້ ບໍ່ວ່າຈະເປັນລະບົບສະໝອງ,  ປະສາດ, ລະບົບກະດູດ ແລະ ກ້າມເນື້ອ ຮວມໄປເຖິງລະບົບຂັບຖ່າຍກໍ່ມີການປ່ຽນແປງ ແລະ ມີຄວາມແຕກຕ່າງກັນອອກໄປຕາມຊ່ວງໄວອາຍຸ ໃນຄໍລຳແມ່ ແລະ ລູກມື້ນີ້ ແອັດມິນຈະມານຳສະເໜີວີທີຊ່ວຍໃຫ້ລູກຖ່າຍ ແລະ ແກ້ອາການທ້ອງອືດຂອງລູກນ້ອຍມາຝາກ ເຊິ່ງຈະມີວິທີໃດແນ່ນັ້ນເຮົາມາອ່ານໄປພ້ອມກັນເລີຍ

ວິທີຊ່ວຍໃຫ້ລູກຂັບຖ່າຍໄດ້ງ່າຍຂຶ້ນ

1. ໃນກໍລະນີທີ່ເດັກເກີດໃໝ່ອາຍຸນ້ອຍກວ່າ 6 ເດືອນ ຍັງບໍ່ສາມາດກິນຜັກ ແລະ ໝັາກໄມ້ໄດ້ ແມ່ຈິ່ງຈຳເປັນຕ້ອງເປັນຄົນກິນອາຫານທີ່ມີປະໂຫຍດເຊັ່ນຈຳພວກຜັກ, ໝາກໄມ້ທີ່ມາກາກໃຍ ແລະ ຊ່ວຍໃນລະບົບຂັບຖ່າຍ ໂດຍສະເພາະຈຳພວກໝາກຮຸ່ງສຸກ, ໝາກຂາມ,​ ໝາກກ້ຽງ ຮວມເຖິງການກິນນ້ຳໃຫ້ຫຼາຍໆ ເພາະອາຫານເຫຼົານີ້ສາມາດສົ່ງຜ່ານໃຫ້ຈາກນ້ຳນົມໄປສູ່ລູກໄດ້

2. ຫາກລູກນ້ອຍມີອາຍຸຫຼາຍກວ່າ 6 ເດືອນແລ້ວ ໃຫ້ດື່ມນ້ຳຫຼາຍໆ ຮວມທັງໃຫ້ກິນຜັກ ແລະ ໝາກໄມ້ທີ່ເໝາສົມ ເພື່ອຊ່ວຍກະຕຸ້ນການຂັບຖ່າຍ

3. ລອງປ່ຽນສູດນົມຜົງທີ່ຊ່ວຍໃນເລື່ອງຂອງລະບົບຂັບຖ່າຍ

4. ການນວນໜ້າທ້ອງລູກເບົາໆ ກໍ່ຈະຊ່ວຍໃຫ້ລູກຂັບຖ່າຍອອກມາໄດ້ໄວຂຶ້ນ

5. ບໍ່ແນະນວິທີສວນຮູທະວານ ເພາະການສວນກົ້ນລູກເພື່ອໃຫ້ຖ່າຍນັ້ນຈະເຮັດໃຫ້ການທຳງານຂອງລຳໄສ້ທຳງານຜິດປົກກະຕິໄດ້

6. ຫາກພໍ່ແມ່ເຮັດທຸກວິທີທາງແລ້ວລູກນ້ອງຍັງບໍ່ຖ່າຍຫຼາຍໆມື້ ແນະນຳໃຫ້ໄປປຶກສາແພດເພື່ອຫາສາເຫດ

ບົດຄວາມຫຼ້າສຸດ

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...