spot_img
Homeຂ່າວຕ່າງປະເທດ"ມຸນແຈອິນ" ຮຽກປະຊຸມສຸກເສີນໜ່ວຍງານດ້ານຄວາມໝັ້ນຄົງດ່ວນຫຼັງ "ທຣັມ" ຍົກເລີກຫາລື "ຄິມ"

“ມຸນແຈອິນ” ຮຽກປະຊຸມສຸກເສີນໜ່ວຍງານດ້ານຄວາມໝັ້ນຄົງດ່ວນຫຼັງ “ທຣັມ” ຍົກເລີກຫາລື “ຄິມ”

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 25 ພຶດສະພາ 2018 ວ່າ ສຳນັກຂ່າວກາງເກົາຫຼີ ເຜີຍແຜ່ຖະແຫລງການຂອງລັດຖະມົນຕີກະຊວງການຕ່າງປະເທດຄົນທີ 1 ວ່າ ການຕັດສິນໃຈຂອງປະທານາທິບໍດີ ໂດນັລ ທຮັມ ຜູ້ນຳສະຫະລັດ ໃນການເປັນຝ່າຍຍົກເລີກການພົບປະຫາລືກັບ ທ່ານ ຄິມຈອງອຶນ ຜູ້ນຳເກົາຫຼີເໜືອ ເຊິ່ງມີກຳນົດໄວ້ໃນວັນທີ 12 ມິຖຸນາທີ່ຈະຮອດນີ້ “ເໜືອຄວາມຄາດໝາຍ”  ແລະ “ໜ້າເສົ້າໃຈເປັນຢ່າງຍິ່ງ” ແຕ່ລັດຖະບານປຽງຢາງພ້ອມສະເໝີ ໃນການເຈລະຈາກັບລັດຖະບານວໍຊິງຕັນຕາມຂະບວນການທາງການທູດ

ຂະນະທີ່ທຳນຽບປະທານາທິບໍດີເກົາຫຼີໃຕ້ ຫຼື ຊອງວາແດອອກຖະແຫຼງການລະບຸວ່າ ປະທານາທິບໍດີ ມຸນ ແຈອິນ “ເສຍໃຈທີ່ສຸດ” ເມື່ອໄດ້ຮູ້ວ່າການປະຊຸມສຸດຍອດຜູ້ນຳສະຫະລັດກັບຜູ້ນຳເກົາຫຼີເໜືອບໍ່ອາດເກີດຂຶ້ນໄດ້ ແລະ ໄດ້ຮຽກປະຊຸມສຸກເສີນໜ່ວຍງານດ້ານຄວາມໝັ້ນຄົງອີກດ້ວຍ

 

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...