ໂກເຈັກ(Go-Jek) ແອັບພິເຄເຊີນ ລະບົບບໍລິການເອີ້ນລົດຮັບ-ສົ່ງຍອດນິຍົມຂອງອິນໂດເນເຊຍກຽມຂະຫຍາຍຕະຫລາດໄປຍັງປະເທດເພື່ອນບ້ານອາຊຽນ ຫວັງຈະຂະຫຍາຍສ່ວນແບ່ງຈາກເຈົ້າຕະຫລາດຢ່າງ ແກັບ (Grab) ທີ່ທຸລະກິດເຕີບໂຕຢ່າງໄວວາໃນຕະຫລາດອາຊຽນ.
ໂກເຈັກ(Go-Jek) ເຜີຍວ່າຈະລົງທຶນ 500 ລ້ານໂດລາສະຫະລັດ ຫລືປະມານ 4,105 ຕື້ກີບ ໃນການຂະຫຍາຍຕະຫລາດໄປຕ່າງປະເທດເລີ່ມຈາກບໍລິການ ແອັບລະບົບເອີ້ນຮັບ-ສົ່ງກ່ອນ ໃນຊ່ວງສອງຫາສາມເດືອນ ຈາກນັ້ນກໍຈະເພີ່ມບໍລິການເສີມອື່ນໆຕາມມາ. ປະຈຸບັນ ໂກເຈັກ(Go-Jek) ໃຫ້ບໍລິການບໍ່ວ່າຈະເປັນລົດຈັກ, ລົດໃຫຍ່ ແລະ ລົດບັນທຸກ ທີ່ມີຄົນຂັບຫລາຍກວ່າ 400,000 ຄົນ. ນອກຈາກນີ້ ຍັງມີບໍລິການນວດ, ອະນາໄມເຮືອນຊານ ໄປຈົນເຖີງການຊື້ເຄື່ອງ, ອາຫານ ທັງຍ່ອຍ ແລະ ສົ່ງ ຖືວ່າເປັນສະຕາດອັບ(Startup)ທີ່ມີມູນຄ່າສູງເຖີງ1,000 ລ້ານໂດລາສະຫະລັດ ຫລື 8,210 ຕື້ກີບ ເລີຍ.

ໂກເຈັກ(Go-Jek) ກໍ່ຕັ້ງໃນປີ 2010 ໄດ້ຮັບເງີນສະຫນັບສະຫນູນຈາກນັກລົງທຶນລາຍໃຫຍ່ຢ່າງກູເກີ້ນຂອງສະຫະລັດ, ກອງທຶນເທມາເສ໊ກຂອງສິງກະໂປ ແລະ ເທນເຊນ ຍັກໃຫຍ່ອິນເຕີເນັດຂອງຈີນ, ປະເມີນວ່າຕະຫລາດແອັບເອີ້ນລົດໃນອາຊຽນຈະຂະຫຍາຍຕົວເຖີງ 20,000 ລ້ານໂດລາສະຫະລັດ ຫລືປະມານ 164,200 ຕື້ກີບ.
ແຫລ່ງຂ່າວຕ່າງປະເທດ: TDN

