ໃນການກຽມການປູກຖ່າຍຄວາມຊົງຈຳ ນັກວິທະຍາສາດໄດ້ນຳໃຊ້ໄຟຟ້າອ່ອນໆ ຊ໊ອດຫາງຂອງຫອຍທາກທະເລທີ່ເອີ້ນວ່າ Aplysia californica ຊື່ງຈະເຮັດໃຫ້ຫອຍທາກເກີດປະຕິກິລິຍາຫົດໂຕເພື່ອປ້ອງກັນຕົວເອງ ແລະ ເມື່ອພວກເຂົາຈີ້ໄຟຟ້າໃສ່ມັນຢ່າງຕໍ່ເນື່ອງກໍພົບວ່າ ຫອຍທາກຫົດໂຕດົນປະມານ 50 ວິນາທີ ຂະນະທີ່ຫອຍທາກບໍ່ໄດ້ຮັບ ໄຟຟ້າຈະຫົດໂຕປະມານ 1 ວິນາທີເທົ່ານັ້ນ, ຫມາຍຄວາມວ່າ ຫອຍທາກເຫລົ່ານີ້ມີຄວາມອ່ອນໄຫວກັບແຮງກະຕຸ້ນແບບນີ້. ຈາກນັ້ນ, ນັກວິທະຍາສາດ ກໍສະກັດ RNA (ກົດໄຣໂບນິວຄຣີອິກ) ຈາກລະບົບປະສາດຂອງຫອຍທາກທີ່ໄດ້ຮັບໄຟຟ້າ ແລະ ສີດເຂົ້າໄປໃນຫອຍທາກປົກກະຕິຈຳນວນຫນື່ງ ກໍພົບວ່າຫອຍທາກເຫລົ່ານີ້ຫົດໂຕປ້ອງກັນຕົນເອງດົນເຖີງ 40ວິນາທີ ເຖີງແມ່ນວ່າບໍ່ມີຄວາມອ່ອນໄຫວຈາກການກະຕຸ້ນດ້ວຍໄຟຟ້າ.

ສາສະດາຈານ ເດວິດ ແກລນແມນ, ຫນື່ງໃນຜູ້ຂຽນຜົນວິໄຈຈາກມະຫາວິທະຍາໄລແຄລິຟໍເນຍ ໃນນະຄອນລອສແອງເຈີລິສ ລະບຸວ່າ ຜົນໄດ້ຮັບທີ່ອອກມາຄືກັບວ່າພວກເຂົາໂອນຍ້າຍຄວາມຊົງຈຳ ຫອຍທາກເຫລົ່ານີ້ບໍ່ໄດ້ຮັບບາດເຈັບ ຫລື ຄວາມເສຍຫາຍໃດໆຈາກການທົດລອງນີ້. ຕາມຫລັກປົກກະຕິແລ້ວຄວາມຊົງຈຳໄລຍະຍາວຈະຖືກເກັບໄວ້ໃນຊ່ອງລະຫວ່າງແຊນປະສາດຂອງສະຫມອງ ຫລື synapses ແຕ່ສາສະດາຈານ ແກລນແມນ ລະບຸວ່າ ຫາກຄວາມຊົງຈຳຖືກເກັບໄວ້ຢູ່ synapses ພຽງຢ່າງດຽວ ການທົດລອງຂອງພວກເຂົາກໍບໍ່ມີທາງໃຫ້ຄຳຕອບເຊັ່ນນີ້ໄດ້ເລີຍ ໃນທາງກົງກັນຂ້າມ ນັກວິທະຍາສາດຂອງມະຫາວິທະຍາໄລແຄລິຟໍເນຍ ເຊື່ອວ່າ ຄວາມຊົງຈຳຖືກເກັບໄວ້ໃນນິວເຄຣຍສະຫມອງຂອງແຊນປະສາດ ຊື່ງຜົນການວິໄຈລ່າສຸດອາດສະຫນັບສະຫນູນຄຳໃບ້ຈາກຜົນການວິໄຈຕ່າງໆ ທີ່ເຄີຍເກີດຂື້ນເມື່ອຫລາຍສິບປີກ່ອນວ່າ RNA ມີສ່ວນກ່ຽວຂ້ອງກັບຄວາມຊົງຈຳ.
ແຫລ່ງຂ່າວຕ່າງປະເທດ: TRN

