spot_img
Homeຂ່າວພາຍ​ໃນຂະບວນການຄ້າໄມ້ເຖືອນມີຜູ້ກ່ຽວຂ້ອງ 600 ຄົນ ມີພະນັກງານລັດຮ່ວມນຳ

ຂະບວນການຄ້າໄມ້ເຖືອນມີຜູ້ກ່ຽວຂ້ອງ 600 ຄົນ ມີພະນັກງານລັດຮ່ວມນຳ

Published on

ການຄ້າໄມ້ເຖື່ອນແມ່ນວ່າຈະເປັນທຸລະກິດຕ້ອງຫ້າມ ແລະເຈົ້າໜ້າທີ່ມີການຕິດຕາມກວດກາຢ່າງເຄັ່ງຄັດ ແຕ່ຄົນກໍ່ຍັງລັດລອບກັນເຮັດຢ່າງເປັນຂະບວນ ຫາກຫຼາຍລາຍກໍ່ບໍ່ລອດສາຍຕາຂອງເຈົ້າໜ້າທີ່ ຕາມການເປີດເຜີຍສະເພາະປີ 2017 ສາມາດກວດພົບຜູ້ກະທຳຜິດເກືອບ 600 ຄົນ ໃນນັ້ນມີພະນັກງານລັດຢູ່ນຳ.

ຕາມຂໍ້ມູນຈາກສື່ທາງການ ໜັງສືພິມປະຊາຊົນ ແລະໜັງສືພິມວຽງຈັນໃໝ່ໂດຍອ້າງອີງຂໍ້ມູນຈາກຄະນະກວດກາສູນກາງພັກໃຫ້ຮູ້ວ່າ: ໃນປີ 2017 ຄະນະກວດກາສູນກາງພັກ ສາມາດກວດເຫັນ ການເອົາທີ່ດິນລັດແລກປ່ຽນ ແລະຊຳລະ ໂຄງການພື້ນຖານໂຄງລ່າງໂດຍບໍ່ມີການປະເມີນລາຄາເຮັດໃຫ້ລັດເສຍຫາຍ ຈຳນວນ 266 ຕື້ກີບ.

ພ້ອມນັ້ນອົງການປົກຄອງເມືອງ, ບ້ານຈຳນວນໜຶ່ງຍັງໄດ້ ລັກຂາຍດິນລັດ ແລະທີ່ດິນລວມຂອງບ້ານ ແລະວັດເຮັດໃຫ້ດິນລັດ ເສຍຫາຍ 671,94 ເຮັກຕາ ມູນຄ່າ 11,84 ຕື້ກັບ 9,53 ລ້ານບາດ (ສະກຸນເງິນໄທ) ຫຼື ປະມານ 2,38 ຕື້ກີບ ສາມາດເກັບກູ້ຄືນ ໄດ້ 151,62 ລ້ານກີບ 3,12 ແສນບາດ ປະມານ 80,2 ລ້ານກີບ.

ພ້ອມນັ້ນຍັງໄດ້ກວດກາປະຕິບັດຄຳສັ່ງເລກທີ 15 /ນຍ ປະກົດວ່າມີການອະນຸຍາດໂກຕ້າໄມ້ ສົກປີ 2015-2016 ທັງໝົດ 166.583,31 ແມັດກ້ອນ ແລະຂຸດຄົ້ນໄມ້ໄດ້ທັງໝົດ 94.778,58 ແມັດກ້ອນ ໃນນັ້ນມີໄມ້ຕົກຄ້າງໃນສະໜາມ 146. 839,81 ແມັດກ້ອນຢູ່ໃນໂຮງງານ 271.639,46 ແມັດກ້ອນ ແລະ 4.163, 27 ໂຕນ ໄມ້ໄຟໄໝ້ 8.254,66 ແມັດກ້ອນ ລວມທັງໝົດສາມາດຢຶດໄດ້ 74.3667,97 ແມັດກ້ອນ ແລະ 273. 770 ໂຕນ.

ພາຍຫຼັງກວດພົບໄດ້ມີການປະມູນຂາຍໄມ້ເຫຼົ່ານັ້ນໄດ້ 50. 991,60 ແມັດກ້ອນ ແລະ 199.946 ໂຕນ ລວມມູນຄ່າ 116,70 ຕື້ກີບ ພົບເຫັນຜູ້ກະທຳຜິດ 595 ຄົນ ໃນນັ້ນມີພະນັກງານລັດ 50 ຄົນ ຜູ້ປະກອບການ 182 ຄົນ ແລະປະຊາຊົນ 363 ຄົນ.

ຜ່ານຈາກການຕິດຕາມກວດກາໃນປີ 2017 ເຫັນວ່າ: ທົ່ວປະເທດມີໂຮງງານປຸງແຕ່ງໄມ້ທັງໝົດ 3.190 ແຫ່ງ ໃນນີ້ມີໃບອະນຸຍາດ 1.366 ແຫ່ງ ແລະລັດໄດ້ອອກຂໍ້ຕົກລົງຍຸບເລີກ 1.869 ແຫ່ງ ແລະໄດ້ຍຸບຕົວຈິງແລ້ວ 1.740 ແຫ່ງຍັງ ສືບຕໍ່ກວດກາດັດສົມຈຳນວນ 1.448 ແຫ່ງ.

 

ແຫລ່ງຂ່າວ: ໜັງສືພິມປະຊາຊົນ, ໜັງສືພິມວຽງຈັນ ແລະ ລາວອັບເດດ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...