spot_img
Homeຂ່າວພາຍ​ໃນເມືອງໄກສອນພົມວິຫານ ກຽມປະກາດເປັນ "ນະຄອນ" ຢ່າງເປັນທາງການ 1 ມິຖຸນານີ້

ເມືອງໄກສອນພົມວິຫານ ກຽມປະກາດເປັນ “ນະຄອນ” ຢ່າງເປັນທາງການ 1 ມິຖຸນານີ້

Published on

ນະຄອນໄກສອນພົມວິຫານ ຈະຖືກປະກາດຢ່າງເປັນທາງການໃນວັນທີ 1 ມິຖຸນາ 2018 ນີ້ ຫຼັງຈາກທີ່ມີດຳລັດຂອງນາຍົກລັດຖະມົນຕີໃຫ້ສ້າງຕັ້ງເປັນນະຄອນ ອອກມາເມື່ອວັນທີ 11 ເມສາ 2018 ທີ່ຜ່ານມາ.

ໜັງສືພິມລາວພັດທະນາລາຍງານວ່າ ອົງການປົກຄອງເມືອງໄກສອນພົມວິຫານ ສົມທົບກັບອົງການປົກຄອງແຂວງ ແລະ ພາກສ່ວນຕ່າງໆ ກຳລັງກະກຽມຄວາມພ້ອມໃນການຈັດພິທີປະກາດເປັນນະຄອນໄກສອນພົມວິຫານຢ່າງເປັນທາງການໃນວັນທີ 1 ມະຖຸນາທີ່ຈະມາເຖິງນີ້.

ທ່ານ ບຸນຍູ້ ທຳມະວົງ ເຈົ້າເມືອງໄກສອນກ່າວວ່າ ໃນໂອກາດດັ່ງກ່າວນີ້ ຂໍເຊີນຊວນບັນດາອົງການຈັດຕັ້ງແຕ່ລະຂັ້ນ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນຊາວເມືອງໄກສອນພົມວິຫານ ຈົ່ງພ້ອມກັນເປັນເຈົ້າພາບທີ່ດີ ຮ່ວມແຮງຮ່ວມໃຈສາມັກຄີ ໃນການປະກາດເປັນນະຄອນໃນຄັ້ງນີ້.

ທັງນີ້ ການສ້າງຕັ້ງນະຄອນໄກສອນພົມວິຫານ ແມ່ນຈະປ່ຽນແທນເມືອງໄກສອນພົມວິຫານ ເຊິ່ງ ນະຄອນໃນທີ່ນີ້ເປັນການປົກຄອງທ້ອງຖິ່ນຂັ້ນດຽວກັນກັບເມືອງ ແລະ ຂຶ້ນກັບແຂວງສະຫວັນນະເຂດ ມີເນື້ອທີ່ທັງໝົດ 776 ກິໂລຕາແມັດ ແລະ ມີປະຊາກອນ 125,726 ຄົນໃນ 67 ບ້ານ.

ແຫລ່ງຂ່າວ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...