Homeຂ່າວຕ່າງປະເທດປຽງຢາງຊີ້ໃຫ້ເຫັນສະຫະລັດພະຍາຍາມທຳລາຍສັນຕິພາບສອງເກົາຫຼີ

ປຽງຢາງຊີ້ໃຫ້ເຫັນສະຫະລັດພະຍາຍາມທຳລາຍສັນຕິພາບສອງເກົາຫຼີ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີໃຕ້ ເມື່ອວັນທີ 6 ພຶດສະພາ 2018 ວ່າ ກະຊວງການຕ່າງປະເທດເກົາຫຼີເໜືອເຜີຍແຜ່ຖະແຫຼງການຜ່ານສຳນັກຂ່າວກາງເກົາຫຼີ (ເຄຊີເອັນເອ) ວ່າກຳລັງມີ “ຄວາມພະຍາຍາມທີ່ອັນຕະລາຍ” ເພື່ອຮັກສາບັນຍາກາດທີ່ເຄັ່ງຮ້ອນໃນແຫຼມເກົາຫຼີເອົາໄວ້ ເນື່ອງຈາກການພົບປະຫາລືລະຫວ່າງທ່ານ ຄິມ ຈອງ ອຶນ ກັບປະທານາທິບໍດີ ມຸນ ແຈ ອິນ ທີ່ໝູ່ບ້ານປັນມຸມຈອມ ທີ່ເຂດປອດທະຫານ ເມື່ອວັນທີ 27 ເມສາ 2018ທີ່ຜ່ານມາ ນັ້ນປະສົບຄວາມສຳເລັດດ້ວຍດີ ໂດຍູ້ນຳສູງສຸດຂອງເກົາຫຼີເໜືອ ແລະ ປະທານາທິບໍດີເກົາຫຼີໃຕ້ເຫັນດີໃນການຟື້ນຟູຄວາມສຳພັນໃນລະດັບທະວີພາຄີໃນຫຼາຍໆດ້ານ ແລະ ການຫາລືປູທງສູ່ການປົດອາວຸດນິວເຄຣຍທີ່ແຫຼມເກົາຫຼີ

ຖະແຫຼງການຂອງກະຊວງການຕ່າງປະເທດສະບັບນີ້ຖືເປັນທ່າທີທຳອິດຢ່າງເປັນທາງການຂອງເກົາຫຼີເໜືອຕໍ່ສະຫະລັດ ນັບຕັ້ງແຕ່ການປະຊຸມຮ່ວມກັນລະຫວ່າງທ່ານ ຄິມ ຈອງ ອຶນ ກັບທ່ານ ມຸນ ແຈ ອິນ ເມື່ອທ້າຍເດືອນທີ່ຜ່ານມາ ແລະ ຫຼາຍຝ່າຍຄາດການກຳນົດການພົບປະຫາລືລະຫວ່າງຜູ້ນຳຂອງເກົາຫຼີເໜືອກັບປະທານາທິບໍດີໂດນັລ ທຣັມ ໜ້າຈະເກີດຂຶ້ນໃນທ້າຍເດືອນນີ້ ຫຼື ຢ່າງຊ້າສຸດບໍ່ເກີດຕົ້ນເດືອນມິຖຸນານີ້

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...