spot_img
Homeຂ່າວພາຍ​ໃນເຈົ້າຄອງ ນ.ວ ສັ່ງໃຫ້ພາກສ່ວນຕ່າງໆ ເລັ່ງສ້າງແຜນຮັບມືນ້ຳຖ້ວມຂັງໃນຕົວເມືອງ

ເຈົ້າຄອງ ນ.ວ ສັ່ງໃຫ້ພາກສ່ວນຕ່າງໆ ເລັ່ງສ້າງແຜນຮັບມືນ້ຳຖ້ວມຂັງໃນຕົວເມືອງ

Published on

 

ພາຍຫລັງ ໄດ້ລົງຕິດຕາມກວດກາເບິ່ງສະພາບຕົວຈິງບັນດາຈຸດສຳຄັນ ປ່ອງໄຫລ່ຂອງນ້ຳທີ່ລະບາຍຈາກຕົວເມືອງ

ລົງສູ່ບຶງທາດຫລວງເມື່ອທ້າຍອາທິດຜ່ານມານີ້, ທ່ານເຈົ້າຄອງນະຄອນຫລວງວຽງຈັນ ດຣ ສີນລະ ວົງຄຸດໄພທູນ, ໄດ້

ສັ່ງໃຫ້ພາກສ່ວນກ່ຽວຕ່າງໆເປັນຕົ້ນ: ພະແນກໂຍທາທິການ ແລະ ຂົນສົ່ງ, ອົງການພັດທະນາ ແລະ ບໍລິຫານຕົວ

ເມືອງ (ອພບ) ຮີບຮ້ອນສ້າງແຜນການຮັບມືນ້ຳຖ້ວມຂັງໃນຕົວເມືອງ. ໂດຍສະເພາະແບ່ງປັນເຂດຄວາມຮັບຜິດ

ຊອບໃຫ້ບັນດາເມືອງ ແລະ ບ້ານຮ່ວມກັນເປັນເຈົ້າການ ສ້າງຂະບວນການອານາໄມຮ່ອງລະບາຍນ້ຳ ແລະ ແຕ່ງຕັ້ງ

ຄະນະຮັບຜິດຊອບແກ້ໄຂນ້ຳຖ້ວມໃນຕົວເມືອງເຊັ່ນ: ການລ່ວງຜັກຕົບ ແລະ ສິ່ງເສດເຫລືອອອກຈາກຄອງບຶງທາດ

ຫລວງມອບໃຫ້ພະແນກກະສິກຳ-ປ່າໄມ້ ເປັນຜູ້ຈັດຕັ້ງປະຕິບັດ, ສ່ວນຢູ່ຕາມຮ່ອງລະບາຍນ້ຳສາຍໃຫຍ່ໃນຕົວເມືອງ

ແມ່ນມອບໃຫ້ອົງການພັດທະນາ ແລະ ບໍລິຫານຕົວເມືອງຈັດຕັ້ງປະຕິບັດ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ

ຮັບຜິດຊອບການອະນາໄມຮ່ອງລະບາຍນ້ຳແຄມທາງ ທີ່ພາໃຫ້ເສັ້ນທາງເກີດການຊຸດໂຊມເປ່ເພ, ພ້ອມກັນນັ້ນ, ຕ້ອງ

ໄດ້ກຳນົດໃຫ້ມີເຂດສະຫງວນບຶງ ແລະ ຮ່ອລະບາຍນ້ຳທຳມະຊາດ ເພື່ອເປັນບ່ອນເກັບນ້ຳ ແລະ ລະບາຍນ້ຳອອກຈາກ

ຕົວເມືອງ.

 

ການລົງຕິດຕາມເບິ່ງສະພາບບຶງທາດຫລວງຂອງເຈົ້າຄອງນະຄອນຫລວງຄັ້ງນີ້, ແມ່ນພາຍຫລັງສຳເລັດກອງປະຊຸມ

ປືກສາຫາລືການສະກັດກັ້ນ ແລະ ແກ້ໄຂນ້ຳຖ້ວມຢູ່ນະຄອນຫລວງວຽງຈັນ, ເນື່ອງຈາກບັນຫາ ນ້ຳຖ້ວມອັ່ງໃນຕົວ

ເມືອງ ໄດ້ເປັນບັນຫາຊຳເຮື້ອມາດົນນານ ແລະ ນັບມື້ໜັກໜ່ວງຂຶ້ນເລື້ອຍໆ, ໂດຍສະເພາະນັບແຕ່ທ້າຍເດືອນສິງຫາ

ຕໍ່ໃສ່ຕົ້ນເດືອນກັນຍານີ້, ມີສະພາບນ້ຳຖ້ວມຂັງເປັນບໍລິເວນກວ້າງຢູ່ຫລາຍເຂດໃນຕົວເມືອງ ທີ່ເກີດຈາກສະພາບຝົນ

ຕົກແຮງ, ແຕ່ນ້ຳພັດບໍ່ໄຫລລົງສູ່ຄອງລະບາຍໄດ້ທັນ, ຍ້ອນຄອງລະບາຍຕາມແຄມທາງຫລາຍສາຍອຸດຕັນ, ເຮັດໃຫ້

ນ້ຳໄຫລບໍ່ເຊື່ອມກັນຈາກຮ່ອງລະບາຍນ້ຳແຄມທາງຮ່ອມ ຫາສາຍທາງຫລັກ ແລະ ລົງສູ່ບຶງທາດຫລວງໄດ້ສະດວກ, ຈຶ່ງ

ເຮັດໃຫ້ນ້ຳຍຶ່ງສູງຂຶ້ນໄວ ແລະ ໄຫລເຂົ້າຖ້ວມເຮືອນຊານບ້ານຊ່ອງຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ຊັບສິນ, ການ

ສັນຈອນບົນທ້ອງຖະໜົນມີຄວາມຫຍຸ້ງຍາກເປັນອຳມະພາດ ແລະ ສ້າງຄວາມເດືອດຮ້ອນຕໍ່ການດຳລົງຊີວິດຂອງສັງ

ຄົມນຳອີກ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...