Homeຂ່າວຕ່າງປະເທດຄຽດແຮງ! ດູເຕີເຕ້ສັ່ງພົນລະເມືອງຫ້າມໄປເຮັດວຽກໃນຄູເວດແບບຖາວອນ

ຄຽດແຮງ! ດູເຕີເຕ້ສັ່ງພົນລະເມືອງຫ້າມໄປເຮັດວຽກໃນຄູເວດແບບຖາວອນ

Published on

ເມື່ອວັນທີ 29 ເມສາ 2018 ທີ່ຜ່ານມາ ເອເອຟພີລາຍງານຄວາມຄືບໜ້າຄວາມສຳພັນແຕກຄໍລະຫວ່າງຄູເວດກັບຟິລິບປິນ ວ່າ ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຜູ້ນຳຟິລິບປິນ ລະບຸເຖິງຄຳສັ່ງຫ້າມແຮງງານຂອງຟິລິບປິນ ແຮງງານຟິລິບປິນເດີນທາງໄປເຮັດວຽກທີ່ຄູເວດຊົ່ວຄາວນັ້ນປ່ຽນແປງເປັນຄຳສັ່ງຫ້າມແບບຖາວອນແລ້ວເພື່ອຕອບໂຕ້ທາງການຄູເວດທີ່ມີຄຳສັ່ງຂັບໄລ່ເອກອັກຄະຣາຊທູດຟິລິບປິນປະຈຳຄູເວດຊີຕີ້ໃນກໍລະນີທີ່ສັ່ງໃຫ້ເຈົ້າໜ້າການທູດຟິລິບປິນເຂົ້າຊ່ວຍເຫຼືອພາແມ່ບ້ານຫຼົບໜີຈາກເຮືອນຂອງນາຍຈ້າງທີ່ແມ່ບ້ານອ້າງວ່າຖືກກະທຳທາລຸນ ແລະ ຖືກຕຳຫຼວດເີກເສີຍດົນກວ່າ 24 ຊົ່ວໂມງຫຼັງຮັບຊາບເຫດການ

ເປັນເຫດການຕໍ່ເນື່ອງຈາກຄະດີຂອງນາງ ໂຈນນາ ເດມາເຟລິສ ເຍື່ອສາວໃຊ້ຟິລິບປິນຖືກສັງຫານໃນປະເທດຄູເວດ ຮ່າງຖືກແຊ່ແຂງໃນຕູ້ເຢັນໃນເຮືອນນາຍຈ້າງຊາວເລບານອນດົນເປັນປີ ມັນໄດ້ຕອກຢ້ຳບັນຫາຄວາມຮຸນແຮງຕໍ່ແຮງງານຟິລິບປິນໃນຄູເວດ

ທ່ານ ດູເຕີເຕ ແນະນຳອີກວ່າສຳລັບຊາວຟິລິບປິນທີ່ມີທັກສະດ້ານພາສາອັງກິດດີ ສາມາດໄປເປັນຄູສອນພາສາອັງກິດໃນຈີນໄດ້ ເພາະຕອນນີ້ຈີນເປັນຊາດພັນທະມິດຂອງຟິລິບປິນ

ດ້ານກະຊວງການຕ່າງປະເທດລະບຸວ່າ ຊາວຟິລິບປິນທີ່ໄປເຮັດວຽກໃນຄູເວດມີປະທານ 260,000 ຄົນ ນັ້ນຖືເປັນອັດຕາສ່ວນແຮງງານເຖິງ 60%ໃນຄູເວດ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...