spot_img
Homeຂ່າວທ້ອງຖິ່ນນະຄອນຫຼວງວຽງຈັນ ຊີ້ແຈງ ເຫດງົວຕາຍ 33 ໂຕ ຢູ່ເຂດກວມລວມໄຊເສດຖາ

ນະຄອນຫຼວງວຽງຈັນ ຊີ້ແຈງ ເຫດງົວຕາຍ 33 ໂຕ ຢູ່ເຂດກວມລວມໄຊເສດຖາ

Published on

ຕໍ່ກັບສະພາບເຫດສັດລ້ຽງງົວຂອງປະຊາຊົນ ຕາຍເຖິງ 2 ຄັ້ງ ລວມທັງໝົດ 33 ໂຕ, ໃນເຂດເສດຖະກິດກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ, ໂດຍທີ່ໜ່ວຍງານ ທີ່ກ່ຽວຂ້ອງກໍຍັງບໍ່ທັນສາມາດສະຫຼຸບໄດ້ເຖິງສາເຫດຂອງການຕາຍໄດ້ເທື່ອ ແລະຕໍ່ກັບກໍລະນີດັ່ງກ່າວນີ້, ວັນທີ 25 ເມສາ 2018 ຂະແໜງລ້ຽງສັດ ແລະການປະມົງພະແນກກະສິກຳ ແລະປ່າໄມ້ ນະຄອນຫຼວງວຽງຈັນກໍໄດ້ຊີ້ແຈງເຖິງ ສາເຫດດັ່ງກ່າວ.

ທ່ານນາງ ພັດສະລີ ພິດສະໄໝ ຫົວໜ້າຂະແໜງລ້ຽງສັດ ແລະການປະມົງ ກ່າວວ່າ: ໃນວັນທີ 22 ເມສາ 2018 ພາຍຫຼັງທີ່ຂະແໜງລ້ຽງສັດ ແລະການປະມົງໄດ້ຮັບລາຍງານຈາກໜ່ວຍງານລ້ຽງສັດ ແລະການປະມົງ ເມືອງໄຊເສດຖາວ່າມີງົວຕາຍຢູ່ເຂດເສດຖະກິດກວມລວມໄຊເສດຖາ, ດັ່ງນັ້ນໜ່ວຍງານຂອງພວກເຮົາກໍໄດ້ແຕ່ງຕັ້ງພະນັກງານວິຊາການລົງສົມທົບກັບຫ້ອງການກະສິກຳ ແລະປ່າໄມ້ເມືອງຕົ້ນຕໍແມ່ນໜ່ວຍງານທີ່ກ່ຽວຂ້ອງໂດຍກົງ ແລະສົມທົບກັບອຳນາດ ການປົກຄອງບ້ານໂຊກນ້ອຍ, ບ້ານນາບຽນ ແລະບ້ານໂພນທອງລົງກວດກາຕົວຈິງຕາມການລາຍງານຂອງປະຊາຊົນໃນວັນທີ 20 ເມສາຜ່ານມາ ແລະຕາມການລົງຕົວຈິງພົບວ່າສະພາບສັດ ທີ່ຕາຍນັ້ນແມ່ນເນົ່າເປືອຍ ແລະມີກິ່ນເໝັນແລ້ວ ຊຶ່ງລວມທັງໝົດມີ 12 ໂຕ.

ໃນນັ້ນພົບຢູ່ເຂດບ້ານໂຊກນ້ອຍ 2 ໂຕ, ບ້ານນາບຽນ 4 ໂຕ ແລະບ້ານໂພນທອງ 5 ໂຕ ໂດຍທີ່ບໍ່ຮູ້ສາເຫດຂອງການຕາຍ ແລະບໍ່ຮູ້ເຈົ້າຂອງ, ສະນັ້ນຈຶ່ງເຮັດໃຫ້ໜ່ວຍງານທີ່ກ່ຽວຂ້ອງບໍ່ສາມາເກັບກັບສີ້ນສ່ວນເພື່ອນຳມາພິສູດເຖິງສາເຫດໄດ້, ສ່ວນທີ່ເຮັດໄດ້ກໍມີພຽງການທຳລາຍສີ້ນສ່ວນສັດທີ່ທີ່ຕາຍໄປນັ້ນຖີ້ມ (ດ້ວຍການເຜົາ), ທັງນີ້ ກໍເພື່ອເປັນການສະກັດກັ້ນການແຜ່ລະບາດໃນວົງກວ້າງ.

ເພື່ອເປັນການສະກັດກັ້ນ ແລະເຝົ້າລະວັງໃນຕໍ່ໜ້າແມ່ນຈະສືບຕໍ່ ຕິດຕາມເຝົ້າລະວັງວະພາບການຕາຍ ຂອງງົວໃນເຂດດັ່ງກ່າວຢ່າງໃກສິດ, ພ້ອມທັງລົງແນະນຳອຳນາດການປົກ ຄອງບ້ານ, ສະຕະວະແພດບ້ານໃນການເຝົ້າລະວັງພະຍາດສັດ, ການປິ່ນປົວສັດ, ການດຸແລຮັກສາສຸຂະພາບສັດ, ການທຳ ລາຍຊາກສັດທີ່ຕາຍເພື່ອໃຫ້ການຕາຍ ຂອງສັດນັ້ນຢຸດຕິລົງສາມາດຄວບຄຸມ ສະພາບການລະບາດຂອງພະຍາດສັດໄດ້, ນອກນັ້ນຍັງຈະລົງສົມທົບກັບຫ້ອງ ການກະສິກຳ ແລະປ່າໄມ້ເມືອງໄຊເສດຖາເພື່ອວາງແຜນຄວບຄຸມຕື່ມ, ເນື່ອງ ຈາກໃນວັນທີ 17-26 ມີນາ 2018 ຜ່ານມາ, ກໍໄດ້ມີສາເຫດແບບນີ້ເກີດຂຶ້ນ ແລ້ວຄັ້ງໜຶ່ງ ແລະໄດ້ທຳລາຍຊີວິດສັດ ໄປແລ້ວຈຳນວນ 21 ໂຕ, ໂດຍຈຸດເກີດ ເຫດແມ່ນຢູ່ບ້ານໂຊກນ້ອຍ ແລະບ້ານໂພນທອງ.

 

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...