ຫົວໜ້າກົມປະມົງກຳປູເຈຍເປີດເຜີຍວ່າ 2 ປີຜ່ານມາ ໂລມາອີຣະວະດີ ຫຼື ປາຂ່າ ເພີ່ມຈຳນວນຂຶ້ນຈາກ 80 ໂຕ. ຫຼ້າສຸດ ມີໂລມາອີຣະວະດີເກີດໃໝ່ໃນປີນີ້ 3 ໂຕແລ້ວ ເຊິ່ງຖືວ່າເປັນການເພີ່ມຈຳນວນຄັ້ງທຳອິດໃນປະຫວັດສາດ.
ເຈົ້າໜ້າທີ່ກອງທຶນສັດປ່າໂລກ ຫຼື WFF ໃນກຳປູເຈຍໄດ້ເປີດເຜີຍວ່າ ໃນອະດີດ ໂລມາອີຣະວະດີເຄີຍມີພື້ນທີ່ຫາກິນ ແລະ ມີຖິ່ນອາໄສຕະຫຼອດແມ່ນໍ້າຂອງ. ແຕ່ໃນຫຼາຍສິບປີມານີ້ພື້ນທີ່ຫຼຸດລົງເຫຼືອພຽງແຕ່ 190 ກິໂລແມັດ ຈາກບໍລິເວນແມ່ນໍ້າຂອງຕອນກາງຂອງກຳປູເຈຍຮອດຊາຍແດນທາງເໜືອຂອງລາວເທົ່ານັ້ນ.
ມີລາຍກງານສະຖິຕິໂລມາອີຣະວະດີທີ່ເຄີຍສຳຫຼວດຄັ້ງທຳອິດເມື່ອປີ 1997 ວ່າມີປະມານ 200 ໂຕ ແຕ່ຫຼຸດລົງຢ່າງຕໍ່ເນື່ອງ ເຫຼືອປະມານ 80 ໂຕໃນປີ 2015 ເຊິ່ງສາເຫດຫຼັກມາຈາກການເຮັດປະມົງ ແລະ ຖິ່ນທີ່ຢູ່ອາໄສຫຼຸດລົງ.
ຫົວໜ້າກົມປະມົງກຳປູເຈຍເປີດເຜີຍວ່າ 3 ປີທີ່ຜ່ານມານີ້ ໂລມາອີຣະວະດີ ເພີ່ມຈຳນວນຂຶ້ນຈາກ 80 ໂຕເປັນ 92 ໂຕຫຼ້າສຸດ ມີໂລກມາອີຣະວະດີເກີດໃໝ່ໃນປີນີ້ 3 ໂຕແລ້ວ ເຊິ່ງຖືວ່າເປັນການເພີ່ມຈຳນວນຄັ້ງທຳອິດໃນປະຫວັດສາດ ເຊິ່ງເປັນຄວາມສຳເລັດຈາກຄວາມຮ່ວມມືຂອງຫຼາຍຝ່າຍ.
ທັງນີ້ ນັກອະນຸຮັກຍັງເປັນກັງວົນ ເນື່ອງຈາກໂລມາອີຣະວະດີຍັງຄົງຖືກຄຸກຄາມຢູ່ ເພາະຍັງມີການເຮັດປະມົງຜິດກົດໝາຍ ທັງການໃຊ້ລະເບີດ, ອຸປະກອນເອເລັກໂຕຮນິກຫາປາ ແລະ ໃຊ້ເຫຍື່ອພິດ ລວມເຖິງການສ້າງເຂື່ອນໃນແມ່ນໍ້າຂອງຕອນລຸ່ມອີກດ້ວຍ.
ຂໍ້ມູນ : Voice TV, @ມ່ວນ.
ຮູບພາບ : phnompenhpost