spot_img
Homeຂ່າວພາຍ​ໃນກຸ່ມກະສິກຳອິນຊີ ບ້ານທ່າຊ້າງ ຖືກຮັບຮອງຜະລິດຕະພັນ ODOP

ກຸ່ມກະສິກຳອິນຊີ ບ້ານທ່າຊ້າງ ຖືກຮັບຮອງຜະລິດຕະພັນ ODOP

Published on

 

ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ແລະ ອຳນາດ​ການ​ປົກຄອງ​ເມືອງ​ປາກ​ງື່ມ ສົມທົບ​ກັບ

​ກົມ​ສົ່ງເສີມ ແລະ ພັດທະນາ​ສິນຄ້າ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ຈັດ​ພິທີ​ມອບ​ປ້າຍ​ກາ​ໝາຍ​ໜຶ່ງ​ເມືອງ​ໜຶ່ງ

​ຜະລິດ​ຕະ​ພັນ​ແຫ່ງຊາດ (ODOP) ໃຫ້​ກຸ່ມ​ກະສິກຳອິນ​ຊີ​ບ້ານ​ທ່າ​ຊ້າງ ເມືອງ​ປາກງື່ມ ນະຄອນຫຼວງ ເປັນ​ຫົວໜ່ວຍ

ທີ 2 ຂອງ​ເມືອງ​ປາກ​ງື່ມ ແລະ ສາມາດ​ປະກາດ​ນຳ​ໃຊ້​ກາ​ໝາຍໂອ​ດ໋ອບແຫ່ງ​ຊາດ ເປັນ​ຜະລິດຕະ​ພັນ​ທີ 13 ຂອງ​ນະ

ຄອນຫຼວງ.

 

ກຸ່ມ​ກະສິກຳ​ອິນ​ຊີ ບ້ານ​ທ່າຊ້າງ ສ້າງຕັ້ງ​ຂຶ້ນ​ໃນ​ວັນ​ທີ 25/9/2010 ພາຍ​ໃຕ້​ການ​ຊີ້​ນຳ​ຂອງອຳນາດ​ການ​ປົກຄອງ​ບ້ານ

ມີ​ສະມາ​ຊິກທັງ​ໝົດ 20 ຄອບຄົວ ແຮງ​ງານ​ຕົ້ນຕໍ 50 ຄົນ ມີ​ເນື້ອທີ່​ທັງ​ໝົດ 20 ເຮັກຕາ ໃນ​ນັ້ນ ປູກ​ພືດ​ຜັກ 5 ເຮັກ

ຕາ ກ້ວຍ 7 ເຮັກຕາ ອ້ອຍ 2 ເຮັກຕາ ໝາກຮຸ່ງ 3 ເຮັກຕາ ແລະ​ອື່ນໆ 3 ເຮັກຕາ ມີ​ເຮືອນ​ຮົ່ມຂະໜາດ 20×6 ແມັດ

ຈຳນວນ 95 ຫຼັງ ສາມາດປູກ​ພືດ​ຜັກຫຼາຍ​ກວ່າ 20 ຊະນິດ ປູກ​ໄດ້​ທັງ​ລະດູແລ້ງ ແລະ ຝົນ ໄດ້​ສົ່ງ​ພືດ​ຜັກ​ສົ່ງ​ຂາຍ​ຕະ

ຫຼາດ​ກະສິ​ກຳ​ອິນ​ຊີ​ນະຄອນຫຼວງ 80% ແລະ 20% ແມ່ນ​ຂາຍ​ໃຫ້​ຜູ້​ບໍ​ລິໂພກ​ພາຍ​ໃນ​ບ້ານ ໃນ​ນັ້ນ ໄດ້​ນຳເອົາ​ພືດ​ຜັກ​

ສົ່ງ​ຂາຍ​ຢູ່​ຕະຫຼາດ​ນະຄອນ​ຫຼວງ 5 ມື້​ຕໍ່​ອາທິດ ວັນ​ຈັນຢູ່​ສວນ​ເຈົ້າຟ້າ​ງຸ່ມ ວັນ​ອັງຄານຂາຍ​ຢູ່​ສູນ​ການ​ຄ້າລາວ-ໄອ​ເຕັກ

ວັນ​ພຸດ​ຢູ່​ເດີ່ນ​ທາດຫຼວງ ວັນ​ພະຫັດ​ຂາຍ​ຢູ່​ສູນ​ການ​ຄ້າລາວ-ໄອເຕັກ ແລະ ວັນ​ເສົາ​ຢູ່​ເດີ່ນ​ທາດຫຼວງ ຜົນ​ຜະລິດ​ທັງ​

ໝົດ 2-2,5 ໂຕນຕໍ່​ອາທິດ ສະເລ່ຍ​ລາຄາແມ່ນ 9.000 ກີບ​ຕໍ່​ກິ​ໂລ ມີ​ລາຍຮັບ​ທັງ​ໝົດ 22 ລ້ານ​ກວ່າ​ກີບ​ຕໍ່ອາທິດ

ສະເລ່ຍ​ລາຍ​ຮັບ​ຄອບຄົວໜຶ່ງ​ໄດ້ 1.500.000 ຫາ 2.000.000 ກີບ​ຕໍ່​ອາທິດ ທັງ​ນີ້ເພື່ອ​ເປັນ​ການ​ປົກ​ປ້ອງ​ຜູ້​ຜະລິດ

ເຈົ້າ​ຂອງ​ສິນຄ້າ ຫຼື ຮູບ​ແບບ​ການບໍລິການ​ທີ່​ເປັນ​ເອກະລັກ ​ໜຶ່ງເມືອງ​ໜຶ່ງ​ຜະລິດ​ຕະ​ພັນ ບໍ່​ໃຫ້​ຜູ້ອື່ນ​ຮຽນ​ແບບ ຫຼື

ປອມ​ແປງ ພ້ອມ​ທັງ​ປົກ​ປ້ອງ​ຜູ້​ຊື້​ຜູ້​ຊົມໃຊ້​ສິນຄ້າ​ດັ່ງກ່າວ ​ບໍ່​ໃຫ້​ຖືກ​ຫຼອກ​ລວງ.

 

ພິທີ​ມອບ​ກາ​ໝາຍ​ໄດ້​ຈັດ​ຂຶ້ນວັນ​ທີ 5 ກັນຍາ 2014 ທີ່​ຜ່ານ​ມາ ຢູ່​ທີ່​ຫ້ອງການ​ປົກຄອງ​ບ້ານ​ທ່າຊ້າງ ໂດຍ​ໃຫ້​ກຽດ​ມອບ​

ຂອງທ່ານ ເບີ​ລິນ ເພັດ​ຈັນທະ​ຣາດ ຫົວໜ້າ​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້ານະຄອນຫຼວງ ແລະ ກ່າວ​ຮັບ​ແມ່ນ

​ທ່ານ ຫວາດ ສຸວັນນະ​ກຸມມານ ຫົວໜ້າ​ກຸ່ມ​ກະສິ​ກຳ​ອິນ​ຊີ ບ້ານ​ທ່າ​ຊ້າງ ໂດຍຊ້ອງ​ໜ້າ​ທ່ານ ວົງ​ເດືອນ ບຸນ​ຍະແສງ

ເຈົ້າເມືອງ​ປາກ​ງື່ມ ມີ​ບັນດາ​ຕາງໜ້າ​ກົມ​ສົ່ງເສີມ​ພັດ​ທະນາ​ສິນຄ້າ ກະຊວງ ຕາງໜ້າ​ພະແນກ​ການ ພະນັກງານ​ວິຊາ

​ການ ແຂກ​ຖືກ​ເຊີນ ແລະ ສະມາຊິກກຸ່ມ​ກະສິກຳ​ອິນ​ຊີ​ເຂົ້າ​ຮ່ວມ​ເປັນສັກຂີ​ພິຍານ.

 

ແຫຼ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...