Homeຂ່າວພາຍ​ໃນອຸດົມໄຊລົງໂທດ 12 ບໍລິສັດສໍ້ໂກງລັດ

ອຸດົມໄຊລົງໂທດ 12 ບໍລິສັດສໍ້ໂກງລັດ

Published on

ເກີດເຫດການເອກະຊົນສໍ້ໂກງລັດ ໂດຍແອບແຝງມາໃນຮູບການສ້າງຕັ້ງບໍລິສັດ ແລ້ວປະມູນບັນດາໂຄງການຂອງລັດ ໂດຍມີນະໂຍບາຍສ່ວນຫຼຸດ 30%, 70% ໝາຍຄວາມວ່າ ບໍລິສັດອອກ 30% ພາກລັດອອກ 70% ພາຍຫຼັງໄດ້ເງິນແລ້ວກໍມິດງຽບຫາຍເລີຍ. ຜ່ານການກວດກາຕົວຈິງມີເຖິງບໍລິສັດທີ່ພົວພັນກັນທັງໝົດ 12 ແຫ່ງມີຈໍາເລີຍລວມກັນ 13 ຄົນ.

ຊຶ່ງໃນວັນທີ 11 ເມສາ 2018, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ເປີດຫ້ອງປະຊຸມສານ ເພື່ອນຳຄໍາສັ່ງຟ້ອງ ຂອງໄອຍະການປະຊາຊົນແຂວງທີ່ມີ 12 ບໍລິສັດ, ເປັນໂຄງການ 30%, 70% ໂດຍມີຈໍາເລີຍທັງໝົດ 13 ຄົນ ຍິງ 2 ຄົນ ໃນຂໍ້ຫາສໍ້ໂກງຊັບຂອງລັດ, ພະຍາຍາມສໍ້ໂກງຊັບຂອງລັດ, ການໃຫ້ສິນບົນ, ປອມແປງເອກະສານ ແລະ ນຳ ໃຊ້ເອກະສານປອມທີ່ສ້າງຄວາມເສຍຫາຍຫຼາຍຕື້ກີບ ໃຫ້ກັບແຂວງຂຶ້ນໄຕ່ສວນໃນຫ້ອງປະຊຸມສານ ເພື່ອພິຈາລະນາ ຕັດ ສິນຕາມລະບຽບກົດໝາຍ.

ໃນທີ່ປະຊຸມສານ, ອົງການໄອຍະການປະຊາຊົນຖະແຫຼງວ່າ: ຈຳເລີຍໃນຄະດີດັ່ງກ່າວຈຳນວນ 13 ຄົນ ຊື່ ທ້າວ ນະ ຄອນໄຊ ອາຍຸ 39 ປີ, ທ້າວ ພິມພອນ ອາຍຸ 57 ປີທັງສອງຢູ່ບ້ານນາໝີ, ທ້າວ ບຸນກ້ອນ ອາຍຸ 44 ປີ, ນາງ ອຳ ໄພວັນ ອາຍຸ 38 ປີ, ທ້າວ ຄຳຫຼ້າ ອາຍຸ 52 ປີ ທັງສາມຢູ່ບ້ານໜອງແມງດາ, ນາງ ສົມ ອາຍຸ 57 ປີ ຢູ່ບ້ານຫຼັກ 4, ທ້າວ ສີວິໄລ ອາ ຍຸ 35 ປີ ຢູ່ບ້ານນາເລົາ, ທ້າວ ຄຳລອດ ອາຍຸ 47 ປີ ຢູ່ບ້ານປ່າສັກ, ທ້າວ ຄຳກອງ ອາຍຸ 38 ປີ ຢູ່ບ້ານເຈງ, ທ້າວ ບຸນຖົມ ອາຍຸ 46 ປີ ຢູ່ບ້ານວຽງສາ, ທ້າວ ສອນ ໄລ ອາຍຸ 43 ປີ ຢູ່ບ້ານນາຫວານນ້ອຍ, ທ້າວ ໂກ້ ອາຍຸ 51 ປີ ຢູ່ບ້ານມອນໃຕ້ ທັງໝົດນີ້ຂຶ້ນກັບເມືອງໄຊ ແຂວງອຸດົມໄຊ ແລະ ທ້າວ ພອນໄຊ ອາຍຸ 49 ປີ ຢູ່ບ້ານ ປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທີ່ພວກກ່ຽວຖືກກ່າວຫາວ່າສໍ້ໂກງຊັບຂອງລັດ.

ຜ່ານ ການ ຄົ້ນຄວ້າບັນດາຂໍ້ມູນ ແລະ ຫຼັກຖານຂອງຄະນະສານອາຍາເຫັນ ວ່າ: ພວກຈໍາເລີຍໄດ້ສໍ້ໂກ້ງຊັບຂອງລັດແທ້ ຕາມທີ່ອົງການໄອຍະການປະຊາຊົນໄດ້ຖະແຫຼງ;
ສະນັ້ນ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ເຫັນຄວນຕັດອິດສະຫຼະພາບພວກຈຳເລີຍ ດັ່ງນີ້:

ຕັດອິດສະຫຼະພາບຈຳເລີຍ 1, ທ້າວ ນະຄອນໄຊ ອໍານວຍການ ບໍລິສັດ ນະຄອນໄຊ ກໍ່ສ້າງ ຈໍາ ຄຸກ 3 ປີ ກັບ 9 ເດືອນ, ປັບໃໝ 6.900.000 ກີບ ພ້ອມທັງໃຊ້ແທນເງິນຄືນ ຈຳນວນ 22.530. 846.000 ກີບ ໃຫ້ແກ່ລັດ;

ຕັດອິດສະຫຼະພາບ ທ້າວ ບຸນກ້ອນ ອຳນວຍການບໍລິສັດ ເອລີ້ ສຳຫຼວດ ອອກແບບກໍ່ສ້າງ ( ຈຳເລີຍ 2 ) 1 ປີ ກັບ 9 ເດືອນ, ປັບໃໝ 170. 936.000 ກີບ ແລະ ໃຊ້ແທນຄ່າ ເງິນໃຫ້ກັບລັດ 26.923.000 ກີບ;

ຈຳເລີຍ 3 ນາງ ອຳໄພວັນ ອຳນວຍການບໍລິສັດ ເອລີ້ໄຊອັນ ວິສະວະກຳກໍ່ສ້າງ ຕັດອິດສະຫຼະພາບ 9 ເດືອນ ປັບໃໝ 400.000 ກີບ ໃຊ້ແທນເງິນຈໍານວນ 26.923. 000 ກີບ ໃຫ້ແກ່ລັດ;

ຕັດ ອິດສະຫຼະພາບ ນາງ ສົມ ຈຳເລີຍ 4 ອໍາ ນວຍການບໍລິສັດ ສຸລິຍົງ ກໍ່ສ້າງ 2 ປີ 9 ເດືອນ, ປັບໃໝ 534. 804.218 ກີບ ໃຊ້ແທນເງິນໃຫ້ລັດຈໍານວນ 161.538.000 ກີບ,

ທ້າວ ພິມພອນ ອຳນວຍການ ບໍລິສັດ ພັດທະນາກໍ່ສ້າງ ຈຳເລີຍ 5 ສານໄດ້ຕັດຕັດອິດສະຫຼະພາບ 1 ປີ 3 ເດືອນ, ປັບໃໝ 3.400. 000 ກີບ ທົດແທນເງິນຈຳນວນ 26.923.000 ກີບ ຄືນໃຫ້ແກ່ລັດ

ຈຳເລີຍ 6 ທ້າວ ສີວິໄລ ອໍານວຍການບໍລິສັດ ພັດທະນາກໍ່ສ້າງ ຕັດອິດສະຫຼະ ພາບ 1 ປີ 3 ເດືອນ, ປັບໃໝ 1.100.000 ກີບ ພ້ອມທັງທັດແທນເງິນໃຫ້ລັດຈໍານວນ 26.923.000 ກີບ;

ທ້າວ ຄຳຫຼ້າ (ຈຳເລີຍ 8) ອຳນວຍການ ບໍລິສັດ ສຸປະສົງ ກໍ່ສ້າງ ສານໄດ້ ຕັດອິດສະຫຼະພາບ 1 ປີ 3 ເດືອນ, ປັບໃໝ 700.000 ກີບ ແລະ ໃຊ້ແທນເງິນ ຈຳນວນ 26.923. 000 ກີບ ຄືນໃຫ້ແກ່ລັດ;

( ຈຳ ເລີຍ 9 ) ທ້າວ ພອນໄຊ ອຳນວຍ ການບໍລິສັດ ພອນໄຊກໍ່ສ້າງ 1 ປີ 9 ເດືອນ, ປັບໃໝ 33.700.000 ທັດແທນເງິນໃຫ້ລັດ ຈຳນວນ 53. 846.000 ກີບ,

ຕັດອິດສະຫຼະ ພາບ ທ້າວ ຄຳກອງ ອຳນວຍການ ມິດມີໄຊ ກໍ່ສ້າງ (ຈຳເລີຍ10) 1 ປີ, ປັບໃໝ 32.936.500 ກີບ ແລະ ໃຊ້ແທນເງິນຈຳນວນ 26. 923.000 ກີບ ຄືນໃຫ້ແກ່ລັດ;

ຕັດອິດສະຫຼະພາບ ( ຈຳເລີຍ12 ) ທ້າວ ສອນ ໄລ ອຳນວຍການບໍລິສັດ ມິດມີໄຊ ກໍ່ສ້າງ 5 ເດືອນ 18 ວັນ, ປັບໃໝ 300.000 ກີບ ໃຊ້ແທນເງິນຈໍານວນ 26.923.000 ກີບ ຄືນໃຫ້ແກ່ລັດ ແລະ ຕັດອິດສະຫຼະພາບ ທ້າວ ໂກ້ ອຳນວຍການບໍລິສັດ ອານຸຊາ ກໍ່ສ້າງ (ຈຳເລີຍ 13) 5 ເດືອນ 18 ວັນ, ປັບໃໝ 300.000 ກີບ ພ້ອມທັງ ໃຊ້ແທນເງິນໃຫ້ລັດຈໍາ ນວນ 26.923.000 ກີບ.

ຂ່າວເຫດການຕັດສິນລົງໂທດຜູ້ກະທຳຜິດດັ່ງກ່າວ ໄດ້ສ້າງຄວາມສົນໃຈແກ່ປະຊາຊົນຫຼາຍສົມຄວນ. ໃນຂະນະທີ່ຫລາຍຄົນໄດ້ຕັ້ງຂໍ້ສັງເກດວ່າ ບັນດາຈໍາເລີຍບໍ່ຖືກເປີດເຜີຍນາມສະກຸນ ພ້ອມກັນນັ້ນກໍບໍ່ມີບຸກຄົນທີ່ເປັນພະນັກງານລັດຖືກລົງໂທດແຕ່ປະການໃດ.

ແຫລ່ງຂ່າວ: ນສພ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...