ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ລາຍງານເມື່ອວັນທີ 5 ເມສາ 2018ວ່າ ນັບເປັນການສົ່ງຜູ້ອົບພະຍົບກັບປະເທດຈຳນວນຫຼາຍທີ່ສຸດຈາກສະຫະລັດພາຍໃຕ້ຂໍ້ຕົກລົງທະວີພາຄີເມື່ອປີ 2001 ນັບຕັ້ງແຕ່ນັ້ນມາຈົນຮອດປັດຈຸບັນຊາວກຳປູເຈຍຖືກທາງການສະຫະລັດສົ່ງຕົວກັບປະເທດແລ້ວກວ່າ 500 ຄົນ
ຂໍ້ຕົກລົງສົ່ງກັບດັ່ງກ່າວຖືກວິຈານຢ່າງໜັກ ເນື່ອງຈາກມີການແຍກຄອບຄົວ ແລະ ບາງກໍລະນີຜູ້ຖືກສົ່ງກັບບໍ່ເຄີຍອາໃສຢູ່ໃນກຳປູເຈຍ ເປັນກຸ່ມຜູ້ລີ້ໄພ ແລະ ລູກຫຼານຂອງຜູ້ລີ້ໄພ ທີ່ຫຼົບໜີໄປອາໄສທີ່ຄ້າຍຜູ້ອົບພະຍົບປະເທດໄທ ໜີກຸ່ມຂະເໝນແດງທີ່ປົກຄອງກຳປູເຈຍໃນລະຫວ່າງປີ 1975-1979