Homeຂ່າວຕ່າງປະເທດມະຫາວິທະຍາໄລເກົາຫລີຢືນຢັນບໍ່ໄດ້ສ້າງຫຸ່ນຍົນສັງຫານ ຫລັງນັກວີໄຈ 30ປະເທດລຸມຂວໍ້າບາດ

ມະຫາວິທະຍາໄລເກົາຫລີຢືນຢັນບໍ່ໄດ້ສ້າງຫຸ່ນຍົນສັງຫານ ຫລັງນັກວີໄຈ 30ປະເທດລຸມຂວໍ້າບາດ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 5 ເມສາ ວ່າສະຖາບັນຊັ້ນສູງວິທະຍາສາດ ແລະ ເຕັກໂນໂລຊີເກົາຫລີ (KAIST) ສະຖານບັນລະດັບອຸດົມສຶກສາໃນເມືອງແທຈອນ, ປະເທດເກົາຫລີໃຕ້ ອອກມາປະຕິເສດວ່າພວກເຂົາບໍ່ໄດ້ກຳລັງສ້າງເຄື່ອງຈັກສັງຫານ ຫລັງຈາກມີຂ່າວວ່າສູນວິໄຈທີ່ພວກເຂົາເປີດຮ່ວມກັບບໍລິສັດບໍລິສັດ ຮັນວາ ຊິດເຕັມ (Hanwha Systems) ເມື່ອບໍ່ດົນມານີ້ກຳລັງສ້າງເຄື່ອງຈັກສົງຄາມທີ່ເຮັດວຽກໄດ້ດ້ວຍຕົນເອງ.

ເລື່ອງດັ່ງກ່າວນີ້ເຮັດໃຫ້ຜູ້ຊ່ຽວຊານດ້ານປັດສະຍາການປະດິດ (AI) ຫລາຍກວ່າ 50ຄົນ ຈາກ 30ປະເທດ ສົ່ງຈົດຫມາຍປະທ້ວງ ແລະ ຂູ່ຈະບໍ່ເຮັດວຽກຮ່ວມກັບ (KAIST). ເພາະຖ້າຫາກເປີດນຳໃຊ້ເຄື່ອງຈັກສັງຫານນີ້ແລ້ວກໍຍາກທີ່ຈະປິດລົງໄດ້ ເຊັ່ນດຽວກັບເຕັກໂນໂລຊີທີ່ຖືກອອກແບບໃນອະດີດເຊັ່ນກັນ ອາວຸດເລເຊີທີ່ເຮັດໃຫ້ສັດຕູຕາບອດ ຊື່ງເຮົາສາມາດຕັດສິນໄດ້ງ່າຍໆ ວ່າຈະພັດທະນາມັນ ຫລື ບໍ?. ເຮົາຂໍຮຽກຮ້ອງໃຫ້ KAIST ເດີນສາຍຕາມເສັ້ນທາງນີ້ ແລະ ໃຊ້ AI ເພື່ອພັດທະນາແທນທີ່ຈະໃຊ້ເພື່ອທຳຮ້າຍຊີວິດມະນຸດ.

ລ່າສຸດ ປະທານຂອງ KAIST ຊິນ ສອງ ສູລ ອອກມາຢືນຢັນວ່າ ພວກເຂົາບໍ່ມີຄວາມຕັ້ງໃຈທີ່ຈະພັດທະນາລະບົບອາວຸດອັດຕະໂນມັດທີ່ຮ້າຍແຮງເຖີງຕາຍ ຫລື ຫຸ່ນສັງຫານ, ຂ້າພະເຈົ້າຂໍຢັ້ງຢືນອີກຄັ້ງວ່າ KAIST ບໍ່ໄດ້ເຮັດການວິໄຈໃດໆ ທີ່ກົງຂ້າມກັບສັກສີຂອງມະນຸດ ທັງນີ້ບັນດານັກວິໄຈເລີ່ມສະແດງຄວາມວິຕົກກັງວົນ ຫລັງສູນວິໄຈໃຫມ່ແຫ່ງນີ້ປະກາດເມື່ອເດືອນກຸມພາວ່າ ພວກເຂົາຈະນຳໃຊ້ປັດສະຍາການປະດິດ ໄປໃຊ້ກັບຮາດແວຂອງກອງທັບ ໂດຍວາງແຜນຈະສຶກສາວ່າ ເຕັກໂນໂລຊີ AI ຊື່ງກ້າວຫນ້າເຖີງຂັ້ນໃຫ້ຄອມພຶວເຕີ້ສາມາດຕັດສິນໃຈໄດ້ດ້ວຍຕົນເອງ ສາມາດນໍາໃຊ້ຈະຫລວດມິດໄຊສ໌, ເຮືອດຳນໍ້າ ຫລື ຍົນໂດຣນໄຮ້ຄົນຂັບໄດ້ຫລືບໍ?

 

 

 

ແຫລ່ງຂ່າວຕ່າງປະເທດ: TRN

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...