spot_img
Homeຂ່າວຕ່າງປະເທດຣັດເຊຍເອົາຄືນ! ຂັບທູດສະຫະລັດອອກນອກປະເທດພ້ອມປິດກົງສຸນ

ຣັດເຊຍເອົາຄືນ! ຂັບທູດສະຫະລັດອອກນອກປະເທດພ້ອມປິດກົງສຸນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກລອນດອນ ປະເທດ ອັງກິດ ເມື່ອວັນທີ 2 ເມສາ 2018 ວ່າ ສະຖານທູດຣັດເຊຍປະຈຳນະຄອນຫຼວງລອນດອນອອກຖະແຫຼງການເມື່ອອາທິດທີ່ຜ່ານມາ ຂໍໃຫ້ພົນລະເມືອງຣັດເຊຍ “ເພີ່ມຄວາມລະວັງ” ໃນການເດີນທາງໄປອັງກິດ ຫຼື ແມ່ນແຕ່ການສົ່ງຄົນໄປຮຽນທີ່ອັງກິດ ເນື່ອງຈາກມີຄວາມສ່ຽງໃນການຖືກຂົ່ມຂູ່ ແລະ ຄຸກຄາມທາງເຊື້ອຊາດ ຈາກກໍລະນີຄວາມຂັດແຍ້ງລະຫວ່າງສອງປະເທດ

ຂະນະທີ່ນັກການທູດຣັດເຊຍ 60 ຄົນ ພ້ອມສະມາຊິກກວ່າ 111 ຄົນ ໄດ້ເດີນທາງອອກຈາກສະຫະລັດຕາມຄຳສັ່ງເນລະເທດຂອງລັດຖະບານວໍຊິງຕັນ ເມື່ອອາທິດທີ່ຜ່ານມາ ເພື່ອສະແດງຄວາມເປັນນ້ຳໜຶ່ງໃຈດຽວກັນ ລະຫວ່າງສະຫະລັດກັບອັງກິດ ແລະ ພັນທະມິດອີກຫຼາຍປະເທດໃນຢຸໂຣບ

ຣັດເຊຍກໍ່ຕອບໂຕ້ດ້ວຍການເນລະເທດເຈົ້າໜ້າທີ່ທາງການທູດຂອງສະຫະລັດໃນຈຳນວນເທົ່າກັນ ແລະ ສັ່ງປິດສະຖານກົງສຸນໃຫຍ່ສະຫະລັດທີ່ນະຄອນເຊັນປີເຕີຣສ໌ເບຣິກ ເນື່ອງຈາກສະຫະລັດສັ່ງປິດສະຖານກົງສຸນໃຫຍ່ຣັດເຊຍປະຈຳເມືອງຊີແອດເທລີ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...