Homeຂ່າວພາຍ​ໃນກະຊວງປ້ອງກັນປະເທດລັດເຊຍກຽມເປີດສຳນັກງານໃນ ສ ປ ປ ລາວ.

ກະຊວງປ້ອງກັນປະເທດລັດເຊຍກຽມເປີດສຳນັກງານໃນ ສ ປ ປ ລາວ.

Published on

ກະຊວງປ້ອງກັນຄວາມສະຫງົບແຫ່ງລັດເຊຍວາງແຜນຈະເປີດສຳນັກງານສາຂາໃນປະເທດລາວ ເຊີ່ງບັນດາຜູ້ຊ່ຽວຊ່ານຈາກລັດເຊຍ ຈະອຳນວຍຄວາມສະດວກສະໜັບສະໜູນຝ່າຍລາວໃຫ້ໃຊ້ຍຸດໂທປະກອນທີ່ຜະລິດໂດຍລັດເຊຍ ຂ່າວນີ້ຖືກເຜີຍແຜ່ໃນເວັບໄຊປະສາສຳພັນທາງກົດໝາຍຂອງຢ່າງເປັນທາງການໃນມໍ່ໆມານີ້.

ສິ່ງສໍາຄັນແມ່ນເພື່ອອຳນວຍຄວາມສະດວກໃນການສະໜັບສະໜູນຝ່າຍລາວໃນປະເດັ່ນຄວາມຮ່ວມມືໃນຄວາມໝັ້ນຄົງ ທີ່ສໍາຄັນ, ຂໍ້ຕົກລົງ ມີຈຸດມຸ່ງໝາຍເພື່ອສ້າງສຳນັກງານກະຊວງປ້ອງກັນຄວາມສະຫງົບລັດເຊຍໃນສາທາລະນະລັດປະຊາທິປະໄຕປະຊາຊົນລາວ(Lao PDR)ຄຳສັ່ງນີ້ຖືກເຜີຍແຜ່ໃນເວັບໄຊປະຊາສຳພັນຢ່າງເປັນທາງການ.

ເອກະສານລະບຸວ່າ ສຳນັກງານແຫ່ງນີ້ໄດ້ຮັບການສະໜັບສະໜູນຈາກທາງການເງິນໂດຍຝັ່ງລາວ ແລະ ການດູແລທາງການແພດແລະການຮັກສາຄວາມປອດໄພຂອງເຈົ້າໜ້າທີໄດ້ຮັບການຮັບປະກັນໂດຍລາວ, ເຊິ່ງເຈົ້າໜ້າທີ່ທີ່ໄປປະຈຳການທີ່ສຳນັກງານແຫ່ງນີ້ຈະປະກອບດ້ວຍ ຫົວໜ້າຄະນະທູດ (Head of the mission ) ຂອງຣັດເຊຍ ,ຮອງຫົວໜ້າລ່າມແລະສະມາຊິກຄອບຄົວ ໂດຍມີລັກສະນະທຽບເທົ່ານັກການທູດ

ເພື່ອໃຫ້ເປັນໄປຕາມຂໍ້ຕົກລົງ ຄະນະທູດຈະມີສິດໄປຢ້ຽມຍາມໜ່ວຍຕ່າງໆຂອງກອງທັບລາວ ເຊິ່ງໃຊ້ອາວຸດຍຸດໂທປະກອນທີ່ຜະລິດໂດຍລັດເຊຍ ເອກະສານຍັງລະບຸອີກວ່າຜູ້ຊ່ຽວຊານຈາກຄະນະການທູດຈະບໍ່ມີສິດເຂົ້າຮ່ວມພາລະກິດທາງການທະການ ແຕ່ຈະດຳເນີນການໃນຖານະຜູ້ໃຫ້ຄຳປຶກສາປເທົ່ານັ້ນ (ມີໜ້າທີ່ເປັນນັກວາງແຜນຍຸດທະສາດນັ້ນແຫຼະ)

ໃນເດືອນກັນຍາ2017ທ່ານ ຕຣິດມິສທີສ ເມດເວເດຟ( Dmitry Medvedev) ນາຍົກລັດຖະມົນຕີຂອງລັດເຊຍແລະທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການຮ່ວມມືຄວາມໝັ້ນຄົງ ໃນການສ້າງເຂື່ອນໄຟຟ້າພະລັງງານນ້ຳ sekomg-5(ເຂື່ອນ)ໃນປະເທດລາວ ຂໍ້ຕົກລົງກ່ຽວກັບການກໍ່ການຮ້າຍ ເປັນຕົ້ນ.

 

ແຫລ່ງຂ່າວ: page Support PM Thongloun Sisoulith

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...