Homeຄວາມງາມກິນບຸກເຟ້ແນວໃດບໍ່ໃຫ້ຕຸ້ຍ

ກິນບຸກເຟ້ແນວໃດບໍ່ໃຫ້ຕຸ້ຍ

Published on

2

ຖ້າເວົ້າເລື່ອງກນກິນບຸບເຟ້ແລ້ວ ແນ່ນອນວ່າຖ້າໄປກິນບຸບເຟ້ຫລາຍໆຄົນກໍ່ຕ້ອງກິນຫລາຍ ກິ່ນຈົນອິ່ມ ກິນໃຫ້ຄຸ້ມຄ່າກັບເງີນທີ່ຈ່າຍໄປ ຢ່າງໃດ ກໍ​ຢ່າ​ລືມ​ເບິ່ງແຍງ​ສຸກຂະພາບ​ ແລະ ​ຄວບ​ຄຸມ​ນ້ຳ​ໜັກ​ກັນ​ ດັ່ນັ້ນຈຶ່ງຂໍ​ສະເໜີ​ວິທີ​ການ​ກິນ​ບຸບເຟ້ແບບສະຫລາດ ໃຫ້​ໄດ້​ທັງ​ຄວາ​ມແຊບ ແລະ​ສຸກຂະພາບ​ດີ

1, ການຕັກອາຫານ ຕັກ​ອາຫານ​ໃນ​ປະລິມານ​ເໝາະ​ສົມ ຢ່າ​ຕັກ​ມາ​ຫລາຍ​ເກີນ​ໄປ ບາງທ່ານອາດຈະ​​ຢ້ານ​ອາຫານໝົດ ຫລື ຕັກ​ເຜື່ອ​ໝູເພື່ອນ ການຕັກອາຫານ​ມາ​ຫລາຍ​ເກີນ​ໄປ ເມື່ອ​ຮັບປະທານ​ບໍ່​ໝົດ​ກໍ​ຢ້ານວ່າ​ຈະ​ຖືກ​ປັບໄໝ ກໍ​ຕ້ອງ​ກິນ​ເຂົ້າໄປ​ໃນ​ປະລິມານ​ຫລາຍ​ທັງ​ທີ່​ອິ່ມ​ແລ້ວ

2, ຮັບປະທານ​ອາຫານ​ໃຫ້​ຫລາກ​ຫລາຍ   ຢ່າ​ເລືອກ​ກິນ​ສະເພາະ​ອາຫານ​ທີ່​ມັກ​ພຽງ​ຊະນິດ​ດຽວ ເພາະ​ອາຫານ​ທີ່​ຫລາກ​ຫລາຍ​ຈະ​ຊ່ວຍ​ໃຫ້​ຮ່າງກາຍ​ບໍ່​ໄດ້ຮັບ​ສານ​ອາຫານ​ຊ້ຳ​ໆ ຊຶ່ງ​ຈະ​ກໍ່​ໃຫ້​ເກີດ​ພະຍາດ​ຕຸ້ຍ ​ແລະ ​ພະຍາດ​ອື່ນໆ ຕາມ​ມາ​ໃນ​ພາຍ​ຫລັງ

3, ຢ່າ​ເບິ່ງ​ຂ້າມ​ໄຂ​ມັນ​ແອບ​ແຝງ ເຊັ່ນ ພວກ​ນ້ຳ​ສະ​ຫລັດ​ຄີມ ຫລື ​ອາຫານ​ທີ່​ມີ​ສ່ວນ​ປະສົມ​ຂອງ​ເນີຍ, ນົມ ຖ້າ​ເຮົາ​ບໍ່​ທັນ​ລະ​ວັງ ​ກໍ​ອາດຈະ​ຮັບປະທານ​ໄຂ​ມັນ​ກຸ່ມ​ນີ້​ເຂົ້າໄປ​ໃນ​ປະລິມານ​ຫລາຍ​ເກີນ​ໄປ

4, ເລືອກ​ດື່ມ​ເຄື່ອງ​ດື່ມ​ແຄ​ລໍ​ລີ່​ໜ້ອຍ ເຊັ່ນ: ນ້ຳ​ດື່ມ ນ້ຳ​ອັດ​ລົມ​ ທີ່ມີແຄ​ລໍ​ລີ​ຕ່ຳ, ຊາ, ນ້ຳ​ຫມາກໄມ້ ແທນ​ການ​ດື່ມ​ເຄື່ອງ​ດື່ມ​ແອນ​ກໍ​ຮອລ໌ ເພາະ​ມີ​ແຄ​ລໍ​ລີ​ສູງ​ກວ່າ

5, ໃຊ້​ຈານ​ໃບນ້ອຍ​ໃສ່​ອາ​ຫານ ຈາກ​ການສຶກສາ​ພົບ​ວ່າ​ການ​ຮັບປະທານ​ອາຫານ​ດ້ວຍ​ຈານ​ໃບ​ນ້ອຍ​ຈະ​ຊ່ວຍ​ໃຫ້​ເຮົາ​ຮັບປະທານ​ອາຫານ​ໄດ້​ນ້ອຍ​ລົງ​ກວ່າ​ການ​ໃສ່​ຈານ​ໃຫຍ່

6, ລຸກ​ໄປ​ຕັກ​ອາຫານ​ເລື້ອຍໆ ເພາະ ​ຄວາມ​ຂີ້ຄ້ານ​ລຸກ​ຂອງ​ເຮົາ​ຈະ​ເຮັດໃຫ້​ເຮົາ​ຕັກ​ອາຫານ​ມາ​ຈຳນວນ​ຫລາຍ​ ນອກ​ຈາກ​ນັ້ນ​ການ​ຍ່າງ​ຍັງ​ຊ່ວຍ​ເຜົາ​ຜານ​ອີກ​ດ້ວຍ

7, ຢ່າ​ເສຍ​ດາຍ​ ຢ່າ ​ຫ່ວງ​ຄວາມ​ຄຸ້ມ ຢ່າ​ເລັ່ງ​ກິນ​ອາຫານ​ໃຫ້​ໄດ້​ປະລິມານ​ຫລາຍໆເພາະ​ຢ້ານ​ວ່າ​ຈະ​ບໍ່​ຄຸ້ມ ຫລື ​ເສຍ​ດາຍ​ອາຫານ​ດີໆ ທີ່ຢູ່ຕໍ່​ໜ້າ ເພາະ​ຂອງ​ດີ​ຈຳນວນ​ຫລາຍ​ເກີນ​ໄປ​ກໍ​ອາດ​ກາຍ​ເປັນ​ສິ່ງ​ທີ່​ທຳລາຍ​ຮູບ​ຮ່າງ​ ຂອງ​ເຈົ້າ ​ແລະ​ ເຮັດ​ຮ້າຍ​ຮ່າງກາຍ​ເຮັດໃຫ້​ເຈັບ​ປ່ວຍ​ໄດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...