Homeຂ່າວທ້ອງຖິ່ນ94 ມື້ລາວບໍ່ມີຜູ້ຕິດເຊື້ອໂຄວິດ-19 ແຕ່ປະເທດອ້ອມຂ້າງຍັງມີການລະບາດຢູ່

94 ມື້ລາວບໍ່ມີຜູ້ຕິດເຊື້ອໂຄວິດ-19 ແຕ່ປະເທດອ້ອມຂ້າງຍັງມີການລະບາດຢູ່

Published on

ການເຝົ້າລະວັງການລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ຜ່ານການກວດກາຕິດຕາມ ກໍ່ຖືວ່າເປັນມື້ທີ 94 ທີ່ປະເທດລາວບໍ່ມີຜູ້ຕິດເຊື້ອໃໝ່.

ຈາກການເຂົ້າອອກຜ່ານດ່ານຈຸດຕ່າງໆ ກັບ ປະເທດອ້ອມຂ້າງນັ້ນ ເຫັນວ່າຍັງມີຄົນເຂົ້າ-ອອກດ່ານຫຼາຍ ເຊິ່ງສະແດງອອກ ມາ ຮອດວັນທີ 14 ກໍລະກົດ 2020 ມີຄົນຜ່ານດ່ານທັງໝົດ 1.991 ຄົນ, ໃນນັ້ນຈຸດຜ່ານດ່ານລາວ-ໄທ ຫຼາຍກວ່າໝູ່ ມີ 1.440 ຄົນ ເປັນແຮງງານລາວກັບມາແຕ່ໄທ 150 ຄົນ,ຈຸດຜ່ານດ່ານລາວ – ຈີນ 23 ຄົນ (ໃນນີ້ມີ ແຮງງານລາວ 06 ຄົນ, ແຮງງານຈີນ 11 ຄົນ ຜ່ານດ່ານບໍ່ເຕັນ, ແຂວງຫຼວງນໍ້າທາ, ຄົນຈີນເຂົ້າມວຽກລັດຖະການ 02 ຄົນ ຜ່ານດ່ານລານຕຸຍ, ແຂວງຜົ້ງສາລີ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ), ຈຸດຜ່ານດ່ານລາວ – ຫວຽດນາມ 528 ຄົນ (ໃນນີ້ມີ ນັກສຶກສາລາວ 02 ຄົນ ຜ່ານດ່ານນ້ຳກັັ່ນ, ແຂວງຊຽງຂວາງ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ); ຈຸດຜ່ານດ່ານ ລາວ-ກຳປູເຈຍ 00 ຄົນ; ເດີນທາງຜ່ານສະໜາມບິນສາກົນວັດໄຕ 00 ຄົນ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນວັນທີ 15 ກໍລະກົດ 2020 ວ່າ: ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 14 ກໍລະກົດ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1.991 ຄົນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານກ່າວຕື່ມວ່າ: ສຳລັບວຽກການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 14 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 617 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 150 ຄົນ, ແຮງງານຈີນ 388 ຄົນ ແລະ ກໍລະນີສົງໄສ 79 ຄົນ; ຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 14 ກໍລະກົດ 2020 ບໍ່ມີຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 14 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 21.386 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (94 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ, ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 70 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.236 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ສະພາບການລະບາດຂອງພະຍາດ ໂຄວິດ-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ: ມາຮອດວັນທີ 15 ກໍລະກົດ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 ປະເທດ, ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ ໂຄວິດ-19 ແມ່ນ 13.464,486 ຄົນ, ເສຍຊິວິດ 581.392 ຄົນ ແລະ ປີ່ນປົວຫາຍດີ 7.854,908 ຄົນ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...