spot_img
Homeນານາສາລະ9 ອາຫານເພື່ອສຸຂະພາບ ທີ່ຄວນກິນໃຫ້ຖືກເວລາ

9 ອາຫານເພື່ອສຸຂະພາບ ທີ່ຄວນກິນໃຫ້ຖືກເວລາ

Published on

ອາຫານແຕ່ລະປະເພດບໍ່ວ່າຈະເປັນໝາກໄມ້, ອາຫານປະເພດຕ່າງໆ ແມ່ນມີຄຸນປະໂຫຍດຕໍ່ຮ່າງກາຍຫຼາຍ, ຖ້າເຮົາຫາກກິນໄດ້ຖືກເວລາແມ່່ນຈະມີຄຸນປະໂຫຍດຫຼາຍກວ່າເດີມ, ເຮັດໃຫ້ສຸຂະພາບແຂງແຮງ, ຫ່າງໄກຈາກພະຍາດໂລຄາໄດ້

  1. ແອັບເປິ່ນ ບໍ່ຄວນກິນກ່ອນນອນ: ເພາະຍ່ອຍຍາກ ເພາະໄຟເບີສູງ ເຮັດໃຫ້ເພີ່ມກົດໃນກະເພາະອາຫານ ແຕ່ຄວນກິນຕອນເຊົ້າແມ່ນດີທີ່ສຸດ ເພາະແອັບເປິ່ນຊ່ວຍຫຼຸດຄໍເລດເຕີລໍ ແລະຊ່ວຍຫຼຸດນໍ້າຕານໃນເລືອດໄດ້ດີ.
  2. ໂຢເກິດ ຄວນກິນຕອນແລງ: ເພາະໂຢເກິດຍ່ອຍງ່າຍ, ເຮັດໃຫ້ນອນຫຼັບສະບາຍ ແຕ່ຖ້າກິນຕອນເຊົ້າແມ່ນຈະເຮັດໃຫ້ເກີດກົດໃນກະເພາະອາຫານ
  3. ມັນຝຣັ່ງ ຄວນກິນຕອນເຊົ້າ: ເພາະມັນຝຣັ່ງອຸດົມດ້ວຍແຮ່ທາດ ແລະຄໍເລດເຕີລໍຕໍ່າ ຈະເຮັດໃຫ້ອິ່ມແໜ້ນ
  4. ໝາກເລັ່ນ ຄວນກິນຕອນເຊົ້າ: ເພາະຈະຊ່ວຍກະຕຸ້ນລະບົບເຜົາຜານ ໃຫ້ເຮັດວຽກໄດ້ດີຂຶ້ນ ຊ່ວຍກະຕຸ້ນການເຮັດວຽກຂອງລຳໄສ້ຕອນເຊົ້າ, ບໍ່ຄວນກິນຕອນແລງເພາະ ຈະເຮັດໃຫ້ກະເພາະມີກົດຫຼາຍເກີນໄປ
  5. ຊີ້ນ ຄວນກິນຕອນສວາຍ: ເພາະຊີ້ນມີທາດເຫຼັກ ຊ່ວຍໃຫ້ຮ່າງກາຍບໍ່ອ່ອນເພຍ, ຊ່ວຍຕ້ານພະຍາດໄດ້ ແຕ່ຖ້າກິນຕອນແລງ ແມ່ນຍ່ອຍຍາກ ເພາະຊີ້ນສັດໃຊ້ເວລາຍ່ອຍ 5-6 ຊົ່ວໂມງ ແລະທໍາລາຍລະບົບຍ່ອຍອາຫານອີກ
  6. ຖົ່ວ ຄວນກິນຕອນສວາຍ: ເພາະໝາກຖົ່ວມີປະໂຫຍດຫຼາຍ ຊ່ວຍຫຼຸດນໍ້າຕານໃນເລືອດ ແລະຊ່ວຍໃຫ້ຫົວໃຈແຂງແຮງ, ຖ້າກິນຕອນແລງແມ່ນ ເຮັດໃຫ້ຕຸ້ຍ ເພາະມີໄຂມັນສູງ
  7. ຊ໊ອກໂກແລັດ ຄວນກິນຕອນເຊົ້າ: ເພາະຈະຊ່ວຍໃຫ້ຫຼຸດອາການແກ່ໄວ ເພາະມີສານຕ້ານອະນຸມູນອິດສະລະສູງ, ຫຼຸດຄວາມສ່ຽງພະຍາດຫົວໃຈ ແຕ່ຄວນກິນມື້ລະໜ້ອຍ ເພາະຈະເຮັດໃຫ້ຕຸ້ຍໄດ້ງ່າຍ
  8. ໝາກກ້ຽງ ກິນຕອນໃດກໍໄດ້: ເພາະຈະເຮັດໃຫ້ລະບົບຍ່ອຍໄດ້ດີ, ຊ່ວຍກະຕຸ້ນລະບົບເຜົາຜານໃຫ້ດີ
  9. ກ້ວຍ ຄວນກິນຕອນສວາຍ: ເພາະຈະເຮັດໃຫ້ຜິວງາມສົດໃສ ແຕ່ຖ້າຫາກກິນຕອນແລງຈະເຮັດໃຫ້ໄປລົບກວນລະບົບຍ່ອຍອາຫານ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...