spot_img
Homeນານາສາລະ9 ວິທີເອົາຊະນະໃຈຄົນ ແບບໄດ້ຜົນທີ່ສຸດ

9 ວິທີເອົາຊະນະໃຈຄົນ ແບບໄດ້ຜົນທີ່ສຸດ

Published on

ກ່ອນທີ່ຈະຊະນະໃຈຄົນອື່ນໄດ້ນັ້ນ ຍາກກວ່າສິ່ງໃດທັງໝົດ,  ເຊິ່ງບາງຄົນກໍຍາກທີ່ຈະຊະນະໃຈໄດ້, ມື້ນີ້ແອັດມິນ ມີວິທີດີໆ ທີ່ຈະສາມາດໃຫ້ໜຸ່ມໆ ສາວໆ ຊະນະໃຈເພດກົງກັນຂ້າມໄດ້ ດ້ວຍວິທີງ່າຍໆ ດັ່ງນີ້

  1. ເຮັດໃຫ້ຄົນອື່ນຮູ້ວ່າເຂົາຄືຄົນສຳຄັນສຳລັບເຮົາ: ດ້ວຍການເອົາໃຈໃສ່, ໃສ່ໃຈກັບທຸກສິ່ງຢ່າງທີ່ຄົນນັ້ນເຮັດ
  2. ມີຄວາມຖະໜອມຖ່ອມຕົນ: ເຖິງແມ່ນວ່າສິ່ງນັ້ນທ່ານຈະຮູ້ຫຼາຍປານໃດກໍຕາມ ແຕ່ເຮົາກໍຄວນຖະໜອມຖ່ອມຕົນ ເພື່ອຮັກສາມາລະຍາດ ແລະຖະໜອມຖ່ອມຕົນ
  3. ພະຍາຍາມຟັງຫຼາຍກວ່າເວົ້າ: ດ້ວຍການຟັງສິ່ງຕ່າງໆໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ເຮົາຮູ້ຫຼາຍສິ່ງຫຼາຍຢ່າງ
  4. ຍ້ອງຍໍຊົມເຊີຍ ແລະໃຫ້ກຳລັງໃຈຄົນອື່ນ: ເມື່ອຝ່າຍໜຶ່ງເຮັດສິ່ງໃດໜຶ່ງປະສົບຄວາມສຳເລັດ ເຮົາກໍຕ້ອງຍ້ອງຍໍຊົມເຊີຍເຂົາ, ເມື່ອໃດທີ່ເຂົາຫາກທໍ້ຖອຍ ເຮົາກໍໃຫ້ກຳລັງໃຈແກ່ເຂົາ
  5. ເຫັນໃຈ ແລະເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ: ເຮົາຕ້ອງຮູ້ຈັກເຫັນອົກເຫັນໃຈຄົນອື່ນ ແລະຕ້ອງເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນໃຫ້ເປັນ
  6. ຍິ້ມໃຫ້ຄົນອື່ນ: ເມື່ອເຮົາເຫັນເຂົາ ເຮົາກໍຄວນຍິ້ມໃຫ້ເຂົາກ່ອນ ເມື່ອເຂົາເຫັນຮອຍຍິ້ມຂອງເຮົາ ເຂົາກໍຈະຍິ້ມໃຫ້ເຮົາແນ່ນອນ
  7. ຈື່ຊື່ໄດ້: ພະຍາຍາມຈື່ຊື່ຂອງຄົນອື່ນທີ່ເຮົາຮູ້ຈັກໃຫ້ໄດ້ ເພາະຖ້າຫາກບໍ່ຈື່ຊື່ກັນ ຈະເຮັດອີກຄົນນ້ອຍໃຈໄດ້
  8. ກ້າທີ່ຈະຍອມຮັບຜິດ: ເມື່ອໃດທີ່ເຮົາຫາກເຮັດຜິດ ເຮົາຕ້ອງກ້າທີ່ຈະຍອມຮັບຜິດ ບໍ່ແມ່ນວ່າຈະໂຍນຄວາມຜິດໃຫ້ຄົນອື່ນຮັບແທນຕົນ
  9. ຄວບຄຸມອາລົມຕົນເອງໄດ້: ເມື່ອເຮົາອາລົມບໍ່ດີ ຕ້ອງຮູ້ຈັກຄວບຄຸມຕົນເອງໃຫ້ໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...