spot_img
Homeຊີວິດແລະຄວາມຮັກ9 ຄໍາເວົ້າທີ່ຜູ້ຍິງບໍ່ມັກ ໃຫ້ແຟນຕົນເອງເວົ້າອອກມາ

9 ຄໍາເວົ້າທີ່ຜູ້ຍິງບໍ່ມັກ ໃຫ້ແຟນຕົນເອງເວົ້າອອກມາ

Published on

ຜູ້ຊາຍທີ່ມີແຟນມັກຄຽດເກັ່ງ ຮູ້ຫຼືບໍ່ວ່າ ອາດມາຈາກເຈົ້າກໍເປັນໄປໄດ້ ເພາະບາງຄຳເວົ້າ ທີ່ເຈົ້າບໍ່ຕັ້ງໃຈເວົ້າອອກໄປ ອາດເຮັດໃຫ້ແຟນເສຍໃຈ ຄຽດໃຫ້ເຈົ້າກໍເປັນໄດ້ ເພື່ອບໍ່ໃຫ້ເກີດເຫດການແບບນີ້ຂຶ້ນອີກ ມາຮູ້ນຳກັນວ່າສາວໆ ບໍ່ມັກໃຫ້ແຟນຕົນເອງເວົ້າແນວໃດແດ່

  1. ເອົາທີ່ເຈົ້າສະບາຍໃຈ: ເປັນຄຳເວົ້າທີ່ສະແດງເຖິງຄວາມບໍ່ສົນໃຈ, ເວລາສາວໆ ໄດ້ຍິນຄຳເວົ້າແບບນີ້ ຈະເກີດອາການໃຈຮ້າຍ ຄິດວ່າແຟນບໍ່ໃຫ້ຄວາມສຳຄັນ
  2. ອື: ເວລາສາວໆເວົ້າເລື່ອງຕື່ນເຕັ້ນມ່ວນໆໃຫ້ຟັງ ຈະເວົ້າພຽງແຕ່ວ່າ “ອື” ຄຳດຽວສັ້ນໆ
  3. ແລ້ວແຕ່ໃຈ: ຄຳນີ້ໜຸ່ມໆອາດຈະເວົ້າອອກມາໂດຍບໍ່ໄດ້ຄິດ ແຕ່ຜູ້ຍິງຄິດວ່າ ຜູ້ຊາຍບໍ່ເປັນຫ່ວງຕົນເອງ
  4. ເປັນຫຍັງອີກ: ເວລາຜູ້ຍິງໃຈຮ້າຍ ຜູ້ຊາຍກັບເວົ້າແບບນີ້ ເຮັດໃຫ້ຜູ້ຍິງນ້ອຍໃຈສຸດໆ
  5. ແລ້ວແຕ່ຈະຄິດ: ເວລາມີເລື່ອງທີ່ຜູ້ຍິງບໍ່ເຂົ້າໃຈກ່ຽວກັບເລື່ອງທີ່ແຟນຕົນເອງເຮັດ ກໍຈະຖາມ ແຕ່ແຟນຕົນເອງກັບບໍ່ອະທິບາຍຫຍັງ ກັບເວົ້າວ່າ ແລ້ວແຕ່ຈະຄິດ
  6. ແລ້ວຊິເຮັດຫຍັງ: ຄຳເວົ້ານີ້ ຄືກັບວ່າສາວໆເຂົ້າໄປຫຍຸ້ງກັບຊີວິດຂອງເຂົາເກີນໄປ
  7. ບໍ່ຮູ້ຊິລົມຫຍັງ: ເວລາລົມໂທລະສັບນຳກັນ ໂທຫາບຶດດຽວກໍຕັດສາຍ ແຖມຍັງບອກວ່າ ບໍ່ຮູ້ຊິລົມຫຍັງ
  8. ເອົາແຕ່ໃຈ: ເວລາທີ່ລາວເອົາແຕ່ໃຈ ຫຼືຜິດຖຽງກັນກັບແຟນ ມັກບອກວ່າ ເອົາແຕ່ໃຈຫຼາຍ
  9. ໄຮ້ສາລະ: ຖ້າລາວເວົ້າກັບສິ່ງທີ່ລາວຕ້ອງການເຮັດໃນອະນາຄົດ ແລ້ວເຈົ້າກໍເວົ້າຕັດບົດວ່າ ໄຮ້ສາລະ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...