spot_img
Homeຂ່າວທ້ອງຖິ່ນ8 ບັນຫາ ລັດຈະລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ໃນທ້າຍເດືອນນີ້

8 ບັນຫາ ລັດຈະລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ໃນທ້າຍເດືອນນີ້

Published on

ກ່ອນຈະຮອດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ຈະໄຂຂຶ້ນໃນທ້າຍເດືອນ ພະຈິກ 2018, ລັດຖະບານໄດ້ເປີດກອງປະຊຸມລັດຖະບານສາມັນ ປະຈໍາເດືອນ ພະຈິກ 2018, ໃນວັນທີ 12 ພະຈິກ ທີ່ຜ່ານມາ ໂດຍເອົາ 8 ບັນຫາສຳຄັນ ຂຶ້ນສະເໜີ ແລະ ລາຍງານຕໍ່ກອງປະຊຸມທີ່ຈະຈັດຂຶ້ນທ້າຍເດືອນນີ້ ເຊິ່ງກອງປະຊຸມດັ່ງກ່າວ, ຍັງຈະສືບຕໍ່ດໍາເນີນເປັນມື້ທີ 2 ໃນວັນທີ 19 ພະຈິກ 2018.

ໃນ 8 ບັນຫາສຳຄັນ ທີ່ລັດຖະບານຈະສະເໜີ ແລະ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ກຽມຈະໄຂຂຶ້ນໃນທ້າຍເດືອນ ພະຈິກ 2018, ມີເນື້ອໃນລຸ່ມນີ້:
1. ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນໃນໄລຍະທີ່ຜ່ານມາ ແລະ ທິດທາງໃນຕໍ່ໜ້າຂອງລັດຖະບານ.
2. ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ, ເງິນຕາ ປີ 2018 ແລະ ແຜນໃນປີ 2019.
3. ລາຍງານການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງໃນໄລຍະຜ່ານມາ
4. ລາຍງານຄຸນນະພາບການບໍລິການປິ່ນປົວຢູ່ໂຮງໝໍ-ສຸກສາລາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.
5.ລາຍງານວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບເປົ້າໝາຍພັດທະນາແບບຍືນຍົງ (SDGs) ແຕ່ປີ 2016-2018 ແລະ ທິດທາງແຜນການປີ 2019.
6. ລາຍງານຄວາມພ້ອມໃນການສ້າງກົດໝາຍ, ສະເໜີແຜນການສ້າງ ແລະ ປັບປຸງນິຕິກຳປີ 2019.
7. ບົດລາຍງານກ່ຽວກັບການເອີ້ນຊື່ຊົນເຜົ່າ ບຣູ.
8. ລາຍງານຜົນການກວດກາ ຕາມຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ສົກປີ 2015-2016.
ພ້ອມນັ້ນ, ກອງປະຊຸມເຫັນດີເປັນເອກະພາບຮັບຮອງເອົາ ແລະ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຈະແຈ້ງ, ຮັດກຸມ ແລະ ມີເຫດມີຜົນ ໃຫ້ເປັນຂໍ້ມູນທີ່ເປັນລະບົບຄົບຊຸດນໍາສະເໜີກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະພິຈາລະນາຮັບຮອງ.

 

 

 

 

 

 

 

​​​ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ຮູບພາບຈາກ: Lao National Radio

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...