spot_img
Homeຂ່າວພາຍ​ໃນ6 ເດືອນຕົ້ນປີ 2023 ນວ ຊົດເຊີຍທີ່ດິນໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກແລວທາງລົດໄຟ ລາວ-ຈີນ

6 ເດືອນຕົ້ນປີ 2023 ນວ ຊົດເຊີຍທີ່ດິນໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກແລວທາງລົດໄຟ ລາວ-ຈີນ

Published on

ໃນໄລຍະ 6 ເດືອນຕົ້ນປີ 2023 ຜ່ານມານີ້, ນະຄອນຫຼວງວຽງຈັນ (ນວ) ສາມາດສົ່ງອອກສິນຄ້າກະສິກໍາ ໄດ້ທັງໝົດ 26,36 ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 4,41 ລ້ານໂດລາ ເທົ່າກັບ 20,14%.

ທ່ານນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນວ ຊຸດທີ II ໃນວັນທີ 31 ກໍລະກົດ ຜ່ານມາ ແລະ ທ່ານຍັງໃຫ້ຮູ້ອີກວ່າ:

ພ້ອມນີ້, ຍັງໄດ້ອອກໃບຢັ້ງຢືນສຸຂະອານາໄມພືດ ເພື່ອສົ່ງອອກທັງໝົດ 348 ຄັ້ງ, ຈໍານວນ 48 ພັນກວ່າໂຕນ, ລວມມູນຄ່າທັງໝົດ 16 ລ້ານກວ່າໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 21%, ການສົ່ງອອກສັດ ແລະ ຜະລິດຕະພັນສັດ ໄປຕ່າງແຂວງ ລວມມູນຄ່າເກືອບ 6 ລ້ານໂດລາ. ໃນນັ້ນ, ປະກອບມີ ຄວາຍ 38 ໂຕ, ງົວ 249 ໂຕ, ໝູແມ່ພັນ 315 ໂຕ, ໝູນ້ອຍ 35.503 ໂຕ, ໝູຊີ້ນ 2.331 ໂຕ, ໄກ່ແມ່ສາວພັນໄຂ່ 15.860 ໂຕ, ໄກ່ນ້ອຍສາມສາຍເລືອດ 146.750 ໂຕ, ໄກ່ລາດນ້ອຍ 524.700 ໂຕ, ໄກ່ຊີ້ນ 19.800 ໂຕນ, ໄຂ່ໄກ່ 842 ໂຕນ, ປາ 1.440 ໂຕນ, ຜະລິດຕະພັນສັດ 50 ກວ່າໂຕນ. ນອກນັ້ນ, ຍັງໄດ້ ສົ່ງອອກໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງອອກໄປຕ່າງປະເທດ ລວມມູນຄ່າທັງໝົດ 4,11 ລ້ານໂດລາສະຫະລັດ.

ພ້ອມກັນນັ້ນ, ໄລຍະ 6 ເດືອນຕົ້ນປີ 2023, ນະຄອນຫຼວງວຽງຈັນ ຍັງໄດ້ຊົດເຊີຍທີ່ດິນໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກແລວທາງລົດໄຟ ລາວ-ຈີນ ໄດ້ຈຳນວນ 12 ຕອນ (ຕອນດິນຖືກກະທົບທັງໝົດ 1.738 ຕອນ). ມາຮອດປັດຈຸບັນ ຊົດເຊີຍແລ້ວ ຈໍານວນ 1.430 ຕອນ ເທົ່າກັບ 82,27%, ຍັງເຫຼືອ 308 ຕອນ. ນອກຈາກນີ້, ຍັງໄດ້ສັງຮວມເອົາໃບຕາດິນທີ່ຍັງເຫຼືອຈາກການຊົດເຊີຍ ໂດຍມອບໃຫ້ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນຳໄປດັດແກ້ໃຫ້ປະຊາຊົນ ຈໍານວນ 883 ໃບຕາດິນ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...