spot_img
Homeຂ່າວນໍ້າຖ້ວມ6 ເດືອນຕົ້ນປີ 2022 ແຂວງສາລະວັນ ເສຍຫາຍໜັກຈາກໄພພິບັດ

6 ເດືອນຕົ້ນປີ 2022 ແຂວງສາລະວັນ ເສຍຫາຍໜັກຈາກໄພພິບັດ

Published on

ຕາມການລາຍງານຈາກ ທ່ານ ສຸດດາໄລ ອິນດາວົງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ໃຫ້ຮູ້ ໃນວັນທີ 20 ກໍລະກົດ ນີ້ວ່າ: ໄລຍະ 6 ເດືອນຕົ້ນປີ 2022 ແຂວງສາລະວັນ ມີເຫດການໄພພິບັດ ເກີດຂຶ້ນທັງໝົດ 18 ຄັ້ງ ສ້າງຜົນເສຍຫາຍ ຕາມການປະເມີນຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ໄດ້ຄິດໄລ່ຜົນເສຍຫາຍ ເປັນມູນຄ່າ 3,6 ຕື້ກວ່າກີບ ນອນໃນ 6 ເມືອງຂອງແຂວງ ທີ່ໄດ້ຮັບຜົນກະທົບ ເຊັ່ນ:

ເມືອງສາລະວັນ, ເລົ່າງາມ, ລະຄອນເພັງ, ຄົງເຊໂດນ, ວາປີ ແລະ ເມືອງຕະໂອ້ຍ ມີຈຳນວນ 14 ບ້ານ, 282 ຄອບຄົວ ແລະ ຫຼັງຄາເຮືອນ, ພົນລະເມືອງ 1.577 ຄົນ, ໃນນັ້ນມີຜູ້ໄດ້ຮັບບາດເຈັບ 1 ຄົນ.

ໄພພິບັດດັ່ງກ່າວ, ສ່ວນໃຫຍ່ແມ່ນເຫດການລົມພາຍຸ 11 ຄັ້ງ, ອັກຄີໄພ 7 ຄັ້ງ, ແຕ່ເຫດການທີ່ສ້າງຜົນເສຍຫາຍຫລາຍກວ່າໝູ່ແມ່ນ ພື້ນຖານໂຄງລ່າງຂອງພໍ່ແມ່ປະຊາຊົນ, ສັບຊິນ, ທີ່ຢູ່ອາໄສ ມີມູນຄ່າ 1 ຕື້ກວ່າກີບ.

ສ່ວນດ້ານສະຫວັດດີການຊ່ວຍເຫລືອສົງເຄາະ ຈາກພາກລັດ, ເອກຊົນ ໃນໄລຍະຜ່ານມາ ໄດ້ລົງຕິດຕາມພາກສະໜາມ ແລະ ຊ່ວຍເຫລືອດ້ານວັດຖຸ, ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ລວມມູນຄ່າເກືອບ 50 ລ້ານກີບ.

ທ່ານ ສຸດດາໄລ ອິນດາວົງ ຍັງໃຫ້ຮູ້ອີກວ່າ: ສຳລັບ ທິດທາງແຜນການ 6 ເດືອນທ້າຍ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຕ່າງໆຢ່າງຮອບດ້ານ ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ, ການຫຼຸດຜົນກະທົບ, ການກຽມຄວາມພ້ອມຢ່າງມີປະສິດທິພາບ ແລະ ມີແຜນຕ້ອງການຊ່ວຍເຫລືອຟື້ນຟູຮີບດ່ວນ ແລະ ຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບ.

ແຫຼ່ງຂ່າວ ແລະ ຮູບພາບ: ປະເທດລາວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...