spot_img
HomeBaby-ແມ່ແລະເດັກ5 ອາຫານທີ່ບໍ່ຄວນໃຫ້ເດັກນ້ອຍອາຍຸຕ່ຳກວ່າ 2 ປີ ກິນເດັດຂາດ

5 ອາຫານທີ່ບໍ່ຄວນໃຫ້ເດັກນ້ອຍອາຍຸຕ່ຳກວ່າ 2 ປີ ກິນເດັດຂາດ

Published on

ການໃຫ້ອາຫານເສີມຄັ້ງທຳອິດຂອງລູກຕອນ 6 ເດືອນ ນັ້ນຜູ້ຊ່ຽວຊານແນະນຳພໍ່ແມ່ ຫຼື ຄົນທີ່ຮັບຜິດຊອບລ້ຽງເດັກນ້ອຍຄວນຫຼີກລ່ຽງອາຫານ 5 ຢ່າງສຳລັບເດັກນ້ອຍທີ່ມີອາຍຸຕ່ຳກວ່າ 2 ປີ ເພາະຮ່າງກາຍຂອງເດັກນ້ອຍໃນໄວນີ້ຍັງບໍ່ສົມບູນເຕັມທີ່ ເຊິ່ງອາຫານທີ່ວ່ານີ້ຈະມີຫຍັງແນ່ນັ້ນ ເຮົາມາເບິ່ງພ້ອມກັນເລີຍ.

1. ເກືອ ຫຼື ອາຫານທີ່ມີຣົດຊາດເຄັມ

ເພາະເດັກນ້ອຍໄວອາຍຸຕ່ຳກວ່າ 1 ປີລົງມາ ໝາກໄຂ່ຫຼັງກຳລັງມີການພັດທະນາ ແລະ ໝາກໄຂ່ຫຼັງນັ້ນຍັງບໍ່ພ້ອມສຳລັງກັ່ນຕອງອາຫານທີ່ມີຣົດຊາດເຄັມຫຼາຍເກີນໄປ ສະນັ້ນການເລືອກອາຫານໃຫ້ເດັກນ້ອຍໃນໄວອາຍຸພຽງເທົ່ານີ້ ບໍ່ຄວນໃຫ້ດິນເຄັມແມ່ນດີທີ່ສຸດ

2. ນ້ຳຕານ ຫຼື ອາຫານທີ່ມີຣົດຊາດຫວານ

ສຳລັບເດັກນ້ອຍທີ່ມີອາຍຸຕ່ຳກວ່າ 2 ປີ ບໍ່ຈຳເປັນຕ້ອງກິນອາຫານທີ່ມີສ່ວນປະສົມຂອງນ້ຳຕານ ຫຼື ຂອງກິນທີ່ມີຣົດຊາດຫວານຈົນເກີນໄປ ເພາະຈະເຮັດໃຫ້ເດັກນ້ອຍກາຍເປັນຄົນຕິດກິນຂອງຫວານ ເຊິ່ງທ່ານເອງກໍ່ຮູ້ດີວ່າກິນຫວານຫຼາຍແມ່ນບໍ່ດີຕໍ່ສຸຂະພາບສ່ຽງເປັນໂຣກເບົາຫວານໄດ້

3. ນ້ຳເຜິ້ງ

ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 1 ປີລົງມາ ບໍ່ຄວນກິນນ້ຳເຜິ້ງເພາະໃນນ້ຳເຜິ້ງມີເຊື້ອແບັດທີເຣຍ (Clostridium botulinum) ເຊື້ອແບັດທີ່ເຣຍທີສາມາດຜະລິດສານພິດໃນລຳໄສ້ຂອງເດັກນ້ອຍ ເຊິ່ງຈະເຮັດໃຫ້ເດັກນ້ອຍມັກມີອາຫານຖອກທ້ອງ ເບື່ອອາຫານ ເຮັດໃຫ້ເດັກນ້ອຍມີອາການຊຶມເສົ້າ ໃນບາງຄົນທ່ຮ້າຍແຮງອາດເຮັດໃຫ້ເກີດອາການປອດບວມ ຫຼື ການຂາດນ້ຳໄດ້

4. ອາຫານທີ່ມີລັກສະນະໜຽວ, ແຂງ,​ ມື່ນ ແລະ ມີຮູບຮ່າງກົມ

ອາຫານທີ່ມີລັກສະນະໜຽວ, ແຂງ,​ ມື່ນ ແລະ ມີຮູບຮ່າງກົມ ເປັນອາຫານທີ່ມີອັນຕະລາຍຫຼາຍຕໍ່ເດັກນ້ອຍ ເພາະອາຫານຈຳພວກນີ້ຈະໄຫລລົງໄປອັດຕັນຫຼອອລົມ ເປັນອັນຕະລາຍອາດເຮັດໃຫ້ລູກເສຍຊີວິດໄດ້

5. ອາຫານປຸງແຕ່ງບໍ່ສຸກດີ

ອາຫານຈຳພວກທີ່ເຮັດບໍ່ສຸກດີ ອາດມີເຊື້ອແບັດທີເຣຍ ເຊິ່ງເຮັດໃຫ້ເດັກນ້ອຍເຈັບປ່ວຍງ່າຍ  ແລະ ເປັນອັນຕະລາຍຕໍ່ຮ່າງກາຍລູກນ້ອຍໄດ້

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...