spot_img
Homeນານາສາລະ5 ຢ່າງທີ່ບໍ່ຄວນເກັບໄວ້ພາຍໃນລົດເດັດຂາດ!!

5 ຢ່າງທີ່ບໍ່ຄວນເກັບໄວ້ພາຍໃນລົດເດັດຂາດ!!

Published on

ການຈອດລົດປະໄວ້ກາງສະພາບແດດທີ່ຮ້ອນ ໂດຍສະເພາະໃນຊ່ວງລະດູຮ້ອນແບບນີ້ອາດຈະເຮັດໃຫ້ລົດທີ່ປິດແວ່ນໄວ້ເກີດມີອຸນຫະພູມພາຍໃນລົດສູງເຖິງ 50-60 ອົງສາ ເຊິ່ງນອກຈາກຈະເປັນອັນຕະລາຍຕໍ່ກັບສິ່ງທີ່ມີຊີວິດພາຍໃນລົດແລ້ວ ຍັງເຮັດໃຫ້ສິ່ງຂອງພາຍໃນລົດເກີດຄວາມເສຍຫາຍຈົນເປັນອັນຕະລາຍໄດ້ເຊັ່ນກັນ. ດັ່ງນັ້ນ, ມື້ນີ້ເຮົາຈະພາໄປເບິ່ງສິ່ງຂອງ 5 ຢ່າງທີ່ບໍ່ຄວນປະໄວ້ໃນລົດ

  1. ກະປ໋ອງສະເປ ຫຼື ກະປ໋ອງທີ່ມີແກັສ

ກະປ໋ອງສະເປທຸກປະເພດບໍ່ວ່າຈະເປັນກ່ອງນໍ້າຫອມປັບອາກາດ, ສະເປຂ້າແມງໄມ້ ກະປ໋ອງສະເປເຫຼົ່ານີ້ລ້ວນແຕ່ມີແຮງດັນຢູ່ພາຍໃນກະປ໋ອງ ຫາກວ່າມັນໄດ້ຮັບຄວາມຮ້ອນສະສົມເປັນເວລາດົນຈະເຮັດໃຫ້ແຮງດັນທີ່ຢູ່ພາຍໃນຄ່ອຍໆເພິ່ມຂື້ນຈົນເຮັດໃຫ້ເກີດລະເບີດໄດ້.

2. ຂວດ ຫຼື ກະປ໋ອງນໍ້າອັດລົມ

ກະປ໋ອງນໍ້າອັດລົມເປັນສິ່ງໜຶ່ງທີ່ຖ້າຫາກວ່າເຮົາຖີ້ມໄວ້ໃນລົດທີ່ຮ້ອນຈະເຮັດໃຫ້ແກັສທີ່ຢູ່ໃນກະປ໋ອງຂະຫຍາຍໂຕ ແລະ ເຮັດໃຫ້ເກີດລະເບີດ. ນອກຈາກນັ້ນຍັງເຄີຍເກີດມີເຫດການນໍ້ານົມຖົ່ວເຫຼືອງທີ່ບັນຈຸໃນຂວດແກ້ວລະເບີດເຮັດໃຫ້ລົດໄດ້ຮັບຄວາມເສຍຫາຍ.

3. ກັບໄຟ

ພາຍໃນກັບໄຟຈະບັນຈຸຂອງແຫຼວເຊິ່ງມີແຮງດັນຢູ່ພາຍໃນ ຖ້າວ່າເປັນກັບໄຟທີ່ຜ່ານການໃຊ້ງານມາດົນ ແລະ ມີປະລິມານຂອງແຫຼວເຫຼືອໜ້ອຍຈະສົ່ງຜົນເຮັດໃຫ້ມີບ່ອນຫວ່າງພາຍໃນກັບໄຟຫຼາຍ ຈົນເກີດເຮັດໃຫ້ແກັສຂະຫຍາຍຕົວ ແລະ ລະເບີດໃນທີ່ສຸດ. ສະນັ້ນ, ຄວນຫຼີກລ້ຽງການຖີ້ມກັບໄຟໄວ້ໃນລົດ.

4. ພາວເວີແບັງ

ເຖິງແມ່ນວ່າພາວເວີແບັງໃນປັດຈຸບັນຂະມີການພັດທະນາໃຫ້ມີຄວາມປອດໄພສູງ ແຕ່ຖ້າຫາກເປັນພາວເວີແບັງທີ່ມີຄຸນນະພາບຕໍ່າ ຫຼື ຜ່ານການເກີດຄວາມເສີຍຫາຍເປ່ເພ ກໍມີຄວາມສ່ຽງທີ່ຈະເກີດລະເບີດໃນຂະນະທີ່ຖີ້ມໄວ້ໃນລົດທີ່ຈອດຕາກແດດໄດ້ເຊັ່ນກັນ.

5. ສີທຽນ ຫຼື ຢາງລຶບ

ຖ້າຫາກວ່າເຮືອນໃຜມີເດັກນ້ອຍກໍບໍ່ຄວນເກັບສີທຽນ ແລະ ຢາງລຶບໄວ້ໃນລົດເດັດຂາດ ເນື່ອງຈາກວ່າສີທຽນເມື່ອຖືກຄວາມຮ້ອນຈະເຮັດໃຫ້ມັນເປື່ອຍຈົນເຮັດໃຫ້ອຸປະກອນພາຍໃນລົດເກີດຄວາມເສຍຫາຍ, ສ່ວນຢາງລຶບກໍມີສ່ວນປະສົມທີ່ສາມາດລະລາຍພາສຕິກໄດ້ ເຊິ່ງຈະເຮັດບາງອຸປະກອນທີ່ເປັນພາສຕິກຢູ່ພາຍໃນລົດເກີດຄວາມເສຍຫາຍ ຫຼື ເປ່ເພ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...