spot_img
Homeນານາສາລະ5 ຂໍ້ຫ້າມເວລາສະຜົມ

5 ຂໍ້ຫ້າມເວລາສະຜົມ

Published on

ການສະຜົມແບບຖືກວິທີນັ້ນຊ່ວຍເຮັດໃຫ້ຜົມມີສຸຂະພາບດີ ແລະເງົາງາມຂຶ້ນ ແລະນີ້ຄືຂໍ້ຄວນລະວັງທີ່ຫ້າມເຮັດເວລາສະຜົມ ເພາະມັນອາດເຮັດໃຫ້ໜັງຫົວເກີດຄວາມເສຍຫາຍ ລວມເຖິງເສັ້ນຜົມດ້ວຍ.

  1. ຢ່າສະຜົມໂດຍກົງ: ໜັງຫົວເປັນສິ່ງສໍາຄັນສໍາຫຼັບເສັ້ນຜົມ ກ່ອນສະຜົມໃຫ້ໃຊ້ຫວີໆຜົມທີ່ປຽກ ໃຫ້ສິ່ງເປິເປື້ອນ ແລະຝຸ່ນຕ່າງໆລອຍອອກຂຶ້ນມາ ແລະໃນຂະນະດຽວກັນ ໃຫ້ລ້າງໜັງຫົວ ແລະເສັ້ນຜົມໄປພ້ອມ.
  2. ຖອກຢາສະຜົມໃສ່ຜົມທີ່ປຽກ: ຄົນສ່ວນໃຫຍ່ຕອນທີ່ຜົມປຽກນໍ້າກໍຈະເອົາຖອກຢາສະຜົມລົງໜັງຫົວທີ່ປຽກເລີຍ ຮູ້ບໍ່ວ່າແບບນີ້ບໍ່ແມ່ນການສະຜົມທີ່ສະອາດ ກ່ອນທີ່ຈະໃສ່ຢາສະຜົມໃຫ້ໃຊ້ນໍ້າອຸ່ນຫົດຜົມ ແລະໜັງຫົວກ່ອນປະມານ 1 ນາທີຂຶ້ນໄປ ມັນເປັນການຊ່ວຍລ້າງສິ່ງເປິເປື້ອນອອກໄດ້ 70-80% ຈາກນັ້ນຖອກຢາສະຜົມໃສ່ຝາມື ແລະຫົດນໍ້າລົງເຮັດໃຫ້ເກີດຟອງ ຈາກນັ້ນຄ່ອຍໆທາໃສ່ຜົມ ແລະລ້າງທໍາຄວາມສະອາດຕາມປົກກະຕິ.
  3. ໃຊ້ເລັບເກົາໜັງຫົວລະຫວ່າງສະຜົມ: ໃນເລັບມືຂອງເຮົານັ້ນມີແບກທີເຣີຍອາໄສຢູ່ເປັນຈໍານວນຫຼາຍ ເມື່ອໜັງຫົວມີຮອຍຂີດ ອາດຈະເຮັດໃຫ້ຕິດເຊື້ອໄດ້ ດັ່ງນັ້ນ ເວລາສະຜົມໃຫ້ໃຊ້ນິ້ວມືນວດໜັງຫົວເບົາໆ.
  4. ໃສ່ຄີມນວດຈົນເຖິງຮາກຜົມ: ເນື່ອງຈາກຢາສະຜົມເປັນຕົວຊ່ວຍໃຫ້ຮູຂຸມຂົນເປີດອອກ ຫາກໃຊ້ຄີມນວດທາຈົນຮອດຮາກຜົມ ອາດເຮັດໃຫ້ມີການອຸດຕັນເກີດຂຶ້ນ ແນະນໍາໃຫ້ທາປາຍຜົມ ຫຼບໍລິເວນທີ່ຕິ່ງຫູລົງໄປ ຈະໄດ້ບໍ່ຮອດໜັງຫົວ.
  5. ລ້າງຄີມນວດບໍ່ໝົດ: ຫຼາຍຄົນເຊື່ອວ່າການນວດຜົມ ແລະລ້າງອອກບໍ່ໝົດຈະຊ່ວຍໃຫ້ຄີມນວດເຄືອບເສັ້ນຜົມເອົາໄວ້ ໃນຄວາມເປັນຈິງຄີມນວດຜົມທີ່ເຫຼືອຢູ່ຈະເຮັດໃຫ້ເປັນຝຸ່ນເກາະໄດ້ຢ່າງງ່າຍດາຍ ເພາະເສັ້ນຜົມໜຽວ ແລະຍັງເຮັດໃຫ້ຮູຂຸມຂົນເທິງໜັງຫົວອຸດຕັນ ຊຶ່ງກໍໃຫ້ເກີດການອັກເສບ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...