spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ5 ຂໍ້ຫ້າມທີ່ເຮັດແລ້ວໜ້າຈະແກ່ກ່ອນອາຍຸ

5 ຂໍ້ຫ້າມທີ່ເຮັດແລ້ວໜ້າຈະແກ່ກ່ອນອາຍຸ

Published on

ພຶດຕິກຳທີ່ເຮົາມັກເຮັດເປັນປະຈຳ ອາດຈະເຮັດໃຫ້ເຮົາໜ້າແກ່ກ່ອນໄວອັນຄວນມີຄື:

1. ກິນນ້ຳໜ້ອຍ

ນ້ຳຖືວ່າເປັນປັດໄຈພື້ນຖານຂອງຄົນເຮົາ ແລະ ການດື່ມນ້ຳໃຫ້ພຽງພໍຍັງສຳຄັນຕໍ່ຜູ້ຍິງຄື ເຮັດໃຫ້ໜ້າຊຸ່ມຊື້ນ ນຽນໜຸ້ມ ແລະ ໜ້າເດັກກວ່າອາຍຸ ເຮົາຄວນໝັ່ນດື່ມນ້ຳໃຫ້ຫຼາຍໆ ເພາະຖ້າຜິວເຮົາຂາດນ້ຳ ກໍຈະເຮັດໃຫ້ເກີດຮິ້ວຮອຍເທິງໜ້າເຮົາ ແລະ ຮ່າງກາຍໄດ້ງ່າຍ.

2. ນອນໂດຍທີ່ບໍ່ລ້າງໜ້າ ຫຼື ມີເຄື່ອງສຳອາງຢູ່ເທິງໜ້າ

ການທີ່ຜູ້ຍິງນອນລັບໄປ ໃນຂະນະທີ່ຍັງມີເຄື່ອງສຳອາງຢູ່ ກໍຈະເຮັດໃຫ້ເຄື່ອງສຳອາງ ແລະ ສິ່ງເປິເປື້ອນໄປອຸດຕັນຢູ່ຮູຂຸມຂົນ ສົ່ງຜົນໃຫ້ເກີດສິວ ແລະ ຮີ້ວຮອຍ.

3. ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ

ເຄື່ອງດື່ມທີ່ມີທາດເຫຼົ້າ ຍິ່ງເຮົາກິນຫຼາຍ ມັນຈະໄປທຳລາຍເກາະຕ້ານອະນຸມູນອິດສະຫຼະ ແລະ ຜົນທີ່ຕາມມາກໍຄື ເຮົາຈະແກ່ກ່ອນອາຍຸ.

4. ບໍ່ທາຄີມກັນແດດ

ຄີມກັນແດດເປັນປັດໄຈໜຶ່ງທີ່ສຳຄັນຫຼາຍເຊັ່ນກັນ ໃນການປ້ອງກັນແສງ UV ທີ່ມາຈາກແດດ ແສງຈາກຈໍໂທລະສັບ ແລະ ແສງຈາກດອກໄຟ ເຖິງວ່າເຮົາຈະຢູ່ແຕ່ໃນເຮືອນ ເຮົາກໍຍັງພົບກັບແສງຕ່າງໆທີ່ມາກະທົບຕໍ່ເຮົາໄດ້ເຊັ່ນກັນ.

5. ກິນອາຫານລົດຊາດຈັດ

ຜູ້ຍິງສ່ວນຫຼາຍ ມັກຈະກິນອາຫານທີ່ມີລົດຊາດຈັດ ເປັນຕົ້ນແມ່ນເວລາໃກ້ຈະເປັນປະຈຳເດືອນ ຍິ່ງເຮັດໃຫ້ເຮົາມີຄວາມຢາກຫຼາຍຂຶ້ນ ບໍ່ວ່າຈະແມ່ນຂະໜົມຫວານ ຕຳໝາກຫຸ່ງ ນັ້ນກໍເປັນອາຫານທີ່ມີສ່ວນປະກອບຂອງໂຊດຽມ ແລະ ນ້ຳຕານ ເປັນຈຳນວນຫຼາຍ ທີ່ມັນຈະເຮັດໃຫ້ການຜະລິດຄໍລະເຈນໃນຮ່າງກາຍເຮົາໜ້ອຍລົງ ຮິ້ວຮອຍເທິງໜ້າເຮົາກໍຈະຕາມມາເຊັ່ນກັນ.

ຂໍ້ມູນຈາກ  sanook

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...