spot_img
Homeຂ່າວທ້ອງຖິ່ນ4 ເມືອງ ໃນນະຄອນຫຼວງວຽງຈັນ ຈະໄດ້ໃຊ້ໝໍ້ນັບໄຟທັນສະໄໝ

4 ເມືອງ ໃນນະຄອນຫຼວງວຽງຈັນ ຈະໄດ້ໃຊ້ໝໍ້ນັບໄຟທັນສະໄໝ

Published on

ລັດວິສາຫະກິດໄຟຟ້າລາວ EDL ລາຍງານໃນວັນທີ 14 ກັນຍາ 2020 ວ່າ ທີມງານຫ້ອງການຂໍ້ມູນຂ່າວສານ ແລະ ປະຊາຊົນສຳພັນ ລັດວິສາຫະກິດໄຟຟ້າລາວ ສຳນັກງານໃຫຍ່ ໄດ້ລົງເຜີຍແຜ່ການຕິດຕັ້ງ ໝໍ້ນັບໄຟທັນສະໄໝ (Smart Meter) ຢູ່ບ້ານ ສີສັງວອນ ແລະ ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ຈະສືບຕໍ່ລວມ ເປັນ 20 ບ້ານ ຂອງເມືອງໄຊເສດຖາ ເພື່ອໃຫ້ປະຊາຊົນໄດ້ເຂົ້າໃຈ ທີ່ລັດວິສາຫະກິດໄຟຟ້າລາວ ມາປ່ຽນໝໍ້ນັບໄປເກົ່າເປັນ ໝໍ້ນັບໄຟທີ່ທັນສະໄໝ.

ໝໍ້ນັບໄຟທັນສະໄໝ ເປັນໂຄງການໜຶ່ງທີ່ລັດຖະບານມອບໃຫ້ ລັດວິສາຫະກິດໄຟຟ້າລາວ ເປັນຜູ້ຈັດຕັ້ງປະຕິບັດ ຮ່ວມກັບບໍລິສັດ ຫົວເວີຍ Huwei ຈາກ ສປ ຈີນ ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2018 ເຊິ່ງກວມເອົາ 4 ຕົວເມືອງໃນຄື: ເມືອງສີສັດຕະນາກ, ເມືອງຈັນທະບູລີ, ເມືອງໄຊເສດຖາ ແລະ ເມືອງສີໂຄດຕະບອງ ທີ່ຈະຕ້ອງໄດ້ຮັບການປ່ຽນຖ່າຍທັງໝົດ 500.000 ໜ່ວຍ. ປັດຈຸບັນສໍາເລັດແລ້ວ 2 ເມືອງຄື ເມືອງຈັນທະບູລີ ແລະ ເມືອງສີສັດຕະນາກ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...