spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ4 ອັນຕະລາຍ ທີ່ມາກັບການນອນເດິກ

4 ອັນຕະລາຍ ທີ່ມາກັບການນອນເດິກ

Published on

ການນອນຫຼັບພຽງພໍ ເປັນສິ່ງສຳຄັນຫຼາຍຕໍ່ຮ່າງກາຍ ເພາະເຮັດໃຫ້ສະໝອງຈື່ຈຳດີ ຮຽນເກັ່ງອີກດ້ວຍ, ແຕ່ການນອນເດິກ ມີປັດໄຈຫຼາຍຢ່າງເຊັ່ນ ຄວາມຄຽດ, ຄິດຫຼາຍ, ມີຄວາມກັງວົນໃນໃຈ, ບໍ່ສະບາຍ ຫຼືໄດ້ຮັບສານອາຫານບາງປະເພດເຮັດໃຫ້ນອນບໍ່ຫຼັບ ຖ້າເຮົານອນເດິກຕະຫຼອດ ຈະເຮັດໃຫ້ມີຜົນກະທົບຕໍ່ຮ່າງກາຍດັ່ງນີ້

  1. ເຈັບປ່ວຍໄດ້ງ່າຍ: ການນອນເດິກຕະຫຼອດ ຫຼືພັກຜ່ອນບໍ່ພຽງພໍ ຈະເຮັດໃຫ້ຮ່າງກາຍອ່ອນເພຍ, ເຮັດໃຫ້ພະຍາດເຂົ້າມາສູ່ຮ່າງກາຍໄດ້ງ່າຍ, ເຮັດໃຫ້ເປັນພະຍາດຫົວໃຈໄດ້ງ່າຍ ແລະຄວາມດັນເລືອດຂຶ້ນສູງ
  2. ນໍ້າໜັກຂຶ້ນງ່າຍ: ເປັນສິ່ງທີ່ຫຼາຍຄົນບໍ່ມັກ ເລື່ອງທີ່ນໍ້າໜັກຂຶ້ນ ເພາະເຮົານອນເດິກຫຼາຍເທົ່າໃດ ກໍຈະເຮັດໃຫ້ເຮົາເກີດອາການຫິວໄດ້ງ່າຍແລ້ວກໍກິນ ກິນແລ້ວກໍຕຸ້ຍຂຶ້ນໄດ້ງ່າຍ ຖ້າເຮົາຫາກນອນເດິກທຸກມື້ ຕ້ອງໄດ້ກິນອາຫານມື້ລະ 4 ຄາບທຸກມື້ ຮັບຮອງວ່າຕຸ້ຍຂຶ້ນກວ່າເກົ່າຫຼາຍ
  3. ຮ່າງກາຍຜິດປົກກະຕິ: ຜູ້ທີ່ນອນເດິກຕະຫຼອດ ຈະເກີດຄວາມຜິດປົກກະຕິທາງດ້ານອາລົມ, ການຕອບສະໜອງຕ່າງໆລວມຮອດການເຮັດວຽກມີຄວາມຜິດພາດ ເພາະມີສະມາທິສັ້ນ ແລະຍັງເປັນຕົ້ນເຫດຂອງພະຍາດສະໝອງເສືື່ອມອີກດ້ວຍ
  4. ເສຍຊີວິດໄດ້ງ່າຍ: ສຳລັບຄົນທີ່ນອນເດິກຫຼາຍ ຫຼືນອນບໍ່ຫຼັບຕະຫຼອດນັ້ນ ມີການວິໄຈພົບວ່າມີຄວາມສ່ຽງເສຍຊີວິດໄດ້ງ່າຍກວ່າຄົນປົກກະຕິທົ່ວໄປ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...