ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມຣິກາ

11800405_421878814682571_9181492146590009248_n
ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມຣິກາ

ຂປລ. ຕອນແລງວັນທີ 3 ສິງຫາ 2015, ທີ່ ທໍານຽບປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ, ນະຄອນຫລວງ ວໍຊິງຕັນ, ດີຊີ, ທ່ານ ໄມ ໄຊຍະວົງສ໌ ໄດ້ເຂົ້າຍື່ນສານຕາຕັ້ງຂອງ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ເພື່ອ ດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສະຫະລັດ ອາເມຣິກາ, ເຊິ່ງມີສຳນັກງານຕັ້ງຢູ່ນະຄອນຫລວງວໍຊິງຕັນ, ດີຊີ.

ຂອບໃຈຂ່າວ:
11822705_421088098094976_3970842708351530393_n