spot_img
Homeນານາສາລະລົງແດງ” ອາການສຳຄັນໄລຍະງົດແອວກໍຮໍ

ລົງແດງ” ອາການສຳຄັນໄລຍະງົດແອວກໍຮໍ

Published on

cover

ນັກ​ດື່ມ“ສາຍ​ອາ​ຊີບ”ທີ່​ຕິດ​ແອວກໍຮໍ​ໜັກແອວ​ກໍ​ຮໍ​ຈະ​ມີ​ຜົນ​ຕໍ່​ທຸກ​ຈຸລັງ​ຂອງ​ຮ່າງກາຍ​ໂດຍ​ສະເພາະ​ລະບົບ​ປະສາດເມື່ອ​ໄດ້ຮັບ​ແອວ​ກໍ​ຮໍ​ເປັນ​ປະຈຳ
ສະຫມອງ​ຈະ​ປັບ​ໂຕ​ຕ້ອງ​ການ​ແອວກໍ​ຮໍ​ເພື່ອ​ການ​ດຳ​ເນີນ​ຊີວິດ​ປະຈຳວັນການເຮັດວຽກງານຄວາມ​ຄິດອາລົມແລະ​ການ​ກະທຳ​ທັງ​ໝົດ​ຂຶ້ນ​ກັບ​ແອວກໍ​ຮໍ
ເມື່ອ​​ຢຸດ​ດື່ມກະທັນຫັນບໍ່​ທັນ​ຂ້າມ​ມື້​ຮັບຮອງ​ວ່າ​ມີ​ອາການ​ລົງ​ແດງ​ທຸກ​ຄົນສະ​ນັ້ນ​ຖ້າ​ຕັ້ງ​ໃຈ​ຈະ​ງົດ​ແອວກໍຮໍເຂົ້າ​ພັນ​ສາ​ນັກ​ດື່ມ​ແລະ​ຍາດ​ໃກ້​ຊິດຕ້ອງ​ກຽມ​ແຜນ​ການ​ຮັບ​ມື​ອາການ​ໜັກ​ໜ່ວງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໄລຍະ1 ​- 7ມື້​ໄວ້​ບາງ​ຄົນ​ອາດ​ມີ​ອາການ​ຫນ້ອຍ​ພຽງແຕ່​​ໂຕ​ສັ່ນ ແຕ່​ສຳລັບ​ຜູ້​ຕິດ​ແອວກໍຮໍອາການ​ຈະ​ຮຸນແຮງ​ເຖິງ​ຂັ້ນ​ປະສາດ​ຫລອນ
ລະ​ດັບ​ຂັ້ນ​ຂອງ​ການ​ລົງ​ແດ

1.ລົງ​ແດງ​ທຳ​ມະດາ6 – 8 ຊົ່ວ​ໂມງ​ຫລັງ​ຈາກ​ຢຸດ​ດື່ມຈະ​ມີ​ອາການ​ຄື ມື​ສັ່ນ,ໃຈ​ສັ່ນ,ປຸ້ນທ້ອງ,ຮາກ,ເຫື່ອ​ແຕກຫົວ​ໃຈ​ເຕັ້ນ​ໄວນອນ​ບໍ່​ຫລັບຄວາມ​ດັນ​ສູງວິ​ຕົກ​ກັງ​ວົນຫງຸດ​ຫງິດ ຮ້ອນຮົນເປັນ​ຕົ້ນໂດຍ​ຈະ​ມີ​ອາການ​ຮຸນແຮງ​ທີ່ສຸດ​ໃນໄລຍະ 24 – 36 ຊົ່ວ​ໂມງ​ຫລັງ​ຈາກ​ຢຸດ​ດື່ມແລະ​ຈະ​ຄ່ອຍ​ໆບັນເທົາ​ແລະ​ເຊົາເອງ​ໄດ້​ພາຍ​ໃນ 3 ​- 4 ມື້

2.ລົງ​ແດງ​ຊັບ​ຊ້ອນເມື່ອ​ຢຸດ​ດື່ມ​ຫລື​ຫລຸດ​ປະລິມານ​ການ​ດື່ມ​ພາຍ​ໃນ1ມື້ຈະ​ເລີ່ມ​ຈາກ​ອາການ​ລົງ​ແດງ​ແບບ​ປົກກະຕິ​ກ່ອນ​ແຕ່​ຮຸນແຮງ​ກວ່າແລະ​ມີ​ອາການ​ແຊກ​ຊ້ອນ​ທາງ​ຈິດ​ເກີດ​ຂຶ້ນ​ຮ່ວມ​ດ້ວຍ​ພາຍ​ໃນ8 ​- 12 ຊົ່ວ​ໂມງເຊັ່ນຫູ​ໄດ້ຍິນສຽງຄົນຮ້ອງຕະຫລອດ,ຫລົງ​ຜິດ,ເຫັນ​ພາບ​ຫລອນແລະ​ມັກ​ເກີດ​ອາການ​ເກືອບ​ພາຍ​ໃນ12 ​- 48 ຊົ່ວ​ໂມງຄວນ​ພົບ​ແພດ​ເພື່ອ​ຮັບ​ຢາ​ຄາຍ​ຄຽດ​ແລະ​ວິ​ຕາ​ມິນ​ບີແລະ​ຄວນ​ກວດ​ຫາພະຍາດ​ທີ່​ເກີດ​ຈາກ​ແອວກໍຮໍ ເຊັ່ນ:ພະຍາດ​ຕັບແລະ​ພະຍາດ​ຫົວ​ໃຈ

3.ລົງ​ແດງ​ລະເມີອາການ​ລົງ​ແດງ​ທີ່​ຮຸນແຮງ​ທີ່ສຸດ ຈະ​ເກີດ​ຂຶ້ນ​ພາຍ​ໃນ 72 ຊົ່ວ​ໂມງ​ຫລັງ​ຈາກ​ຢຸດ​ຫລືຫ​ລຸດ​ປະລິມານ​ການ​ດື່ມຖື​ເປັນ​ອາການ​ສຸກ​ເສີນ​ທີ່​ຕ້ອງ​ໄປ​ຫາ​ໝໍ​ທັນ​ທີ ເພາະ​ມີ​ຄວາມ​ສ່ຽງ​ເຖິງ​ຂັ້ນ​ຕາຍອາການ​ເດັ່ນ​ໆຄື:ສັບ​ສົນ​ເວົ້າຄົນດຽວ,ຫງຸດ​ຫງິດ​​ຢ່າງ​ຮຸນແຮງ ສູນ​ເສຍ​ຄວາມ​ຊົງ​ຈຳ​ໄລ​ຍະ​ສັ້ນບໍ່​ຮູ້​ເວລາ,ສະຖານ​ທີ່ແລະ​ບຸກ​ຄົນປະສາດ​ຫລອນ​ຄິດວ່າ​ຈະ​ມີ​ໃຜ​ມາ​ເຮັດ​ຮ້າຍອາດ​ຮຸນແຮງ​ເຖິງ​ຂັ້ນ​ເຮັດ​ຮ້າຍ​ຕົນເອງ​ແລະ​ຄົນ​ອື່ນໄດ້


ທາງ​ແກ້​ອາການ​ນອນ​ບໍ່​ຫລັບເພາະ​ຂາດ​ແອວກໍຮໍ

1.ອອກ​ກຳ​ລັງ​ກາຍ​ເຊົ້າແລງແຕ່​ບໍ່​ຄວນ​ກາຍ 8 ໂມງແລງ

2.ງົດ​ດື່ມ​ກາ​ເຟ,ຊາແລະ​ເຄື່ອງ​ດື່ມ​ບຳ​ລຸງ​ກຳ​ລັງຫລັງ​ຕອນ2ໂມງສວາຍ

3.ບໍ່​ດື່ມ​ນ້ຳ​ຫລື​ກິນ​ເຂົ້າ​ແລງຫລາຍ​ເກີນ​ໄປແລະ​ຫລີກລ້ຽງ​ອາຫານ​ລົດ​ເຜັດ

4.ຢ່າ​ນອນ​ຕອນ​ສວາຍເພາະ​ຕົກ​ກາງ​ຄືນ​ຈະ​ບໍ່​ຢາກນອນ

5.ບໍ່​ນັ່ງ​ເຮັດວຽກຫລື​ເປີດ​ໂທລະພາບ​ໃນ​ຫ້ອງ​ນອນ

6.ຖ້າ​ຜ່ານ​ໄປ30ນາ​ທີ​ຍັງ​ນອນ​ບໍ່​ຫລັບໃຫ້​ລຸກ​ຈາກ​ຕຽງ​ໄປ​ສວດ​ມົນ,ອາບ​ນ້ຳ​ອຸ່ນຫລື​ເປີດ​ເພງ​ຄ່ອຍໆແລ້ວ​ຄ່ອຍ​ມາ​ລອງ​ນອນ​ໃໝ່

7.ຝຶກ​ນັ່ງ​ສະ​ມາ​ທິແລະ​ເຂົ້າ​ນອນ​ໃຫ້ເປັນ​ເວລາ

8.ປ່ຽນ​ຜ້າ​ປູ​ບ່ອນນ​ອນ​ຫລື​ຈັດ​ຫ້ອງ​ນອນ​ໃໝ່​ໃຫ້​ຮູ້ສຶກ​ໂລ່ງ​ແລະ​ນອນ​ສະບາຍ​ທີ່​ສຸດ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...