spot_img
Homeນານາສາລະ3 ອັນດັບ ຕະກູນທີ່ເປັນມະຫາເສດຖີໃນອາຊີ

3 ອັນດັບ ຕະກູນທີ່ເປັນມະຫາເສດຖີໃນອາຊີ

Published on

 ວາລະສານ​ຟອບຂອງ​ອາ​ເມ​ລິກາ​ເປີດ​ເຜີຍ​ຜົນ​ການ​ສຳ​ຫຼວດຕະກຸນ​ທີ່​ຮັ່ງມີ​ທີ່​ສຸດ 50 ອັນ​ດັບ​ທຳ​ອິດ​ຂອງ​ອາຊີ​ປະຈຳ​ປີ 2016 ຕະກູນ​ອີ​ແຫ່ງ​ຊຳ​ຊຸງ​ຄອງ​ແຊ໋ມ ເປັນຕະກູນມະຫາເສດຖີ ອັນດັບທີ 1 ໃນອາຊີ

     ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ມະຫາ​ເສດຖີ​ຕະກຸນ​ອີ​ຂອງ ສ ​ເກົາຫຼີ ຊຶ່ງ​ເປັນ​ຜູ້​ກໍ່​ຕັ້ງ​ກິດຈະການ​ເຄືອ​ຊຳ​ຊຸງ​ຕິດ​ອັນ​ດັບ 1 ມະຫາ​ເສດຖີ​ອາຊີ​ທີ່​ມີ​ຊັບ​ສິນ​ລວມຫຼາຍ​ທີ່​ສຸດ​ໃນ​ປີ​ນີ້​ຄິດ​ເປັນ​ມູນ​ຄ່າ​ຫຼາຍ​ກວ່າ 29,6 ຕື້​ໂດ​ລາ​ສະຫະລັດ ​ໂດຍ​ລາຍ​ໄດ້​ຂອງ​ຕະກຸ​ນປະມານ 35% ມາ​ຈາກ​ບໍລິສັດ​ຊຳ​ຊຸງ ອິ​ເລັກ​ໂຕ​ນິກ ​ແຕ່​ກິດຈະການ​ເຄືອ​ຊຳ​ຊຸງ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ໃນ​ປີ​ນີ້ ຈາກ​ກໍລະນີ​ທີ່​ໂທລະສັບ​ສະມາດ​ໂຟນ ຮຸ່ນ​ຊຳ​ຊຸງ ກາ​ແລກ​ຊີ ​ໂນ​ດ 7 ມີ​ບັນຫາ​ແບ​ດ​ເຕີຣີຮ້ອນ ​ແລະ ​ເກີດ​ໄຟ​ໄໝ້ ​ເຮັດ​ໃຫ້​ຕ້ອງ​ເອີ້ນ​ຄືນ​ສິນຄ້າ​ຫຼາຍ​ລ້ານ​ໜ່ວຍ​ທົ່ວ​ໂລກ ​ແລະ ຍຸຕິ​ການ​ຜະລິດ​ສະມາດ​​ໂຟນຮຸ່ນ​ດັ່ງກ່າວ.

ສ່ວນ​ຕະກຸນ​ເຈີ​ຣະວະມົນ ​ເຈົ້າ​ຂອງ​ກິດຈະການ​ເຄືອ​ຈະ​ເລີ​ນ​ໂພ​ກພັນ(ຊີ​ພີ)ຂອງ​ໄທ ຕິດ​ອັນ​ດັບ​ເສດຖີ​ຮັ່ງມີ​ເປັນອັນ​ດັບ 2 ຂອງ​ອາຊີ ມີ​ຊັບສິນ​ລວມ​ໃນ​ປີ​ທີ່​ຜ່ານ​ມາ​ຫຼາຍ​ກວ່າ 27,7 ຕື້​ໂດ​ລາ, ອັນ​ດັບ 3 ຄື ຕະກຸນ​ອຳ​ພານີ ​ເຈົ້າ​ຂອງ​ກິດຈະການພະລັງງານ​ເຊື້ອ​ເພີງ​ຂອງ​ອິນ​ເດຍ ມີ​ຊັບ​ສິນ​ລວມຫຼາຍ​ກວ່າ 25,8 ຕື້​ໂດ​ລາ.

 

ຂ່າວຈາກ: http://www.sedthakid.la/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...