spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວ23 ສິງຫາ 1975 ວັນແຫ່ງໄຊຊະນະຂອງ ການປະຕິວັດລາວ

23 ສິງຫາ 1975 ວັນແຫ່ງໄຊຊະນະຂອງ ການປະຕິວັດລາວ

Published on

ໃນວັນທີ 23 ສິງຫາ 2017 ປີນີ້ເປັນວັນຄົບຮອບ 42 ປີ ແຫ່ງວັນຢຶດອຳນາດ ຊຶ່ງຫລາຍສຳນັກງານອົງການຂອງລັດ ໄດ້ຈັດຕັ້ງປາຖະກະຖາມູນເຊຶ້ອວັນສຳຄັນດັ່ງກ່າວ ເພື່ອໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູູ້ເຖິງປະຫວັດສາດ ມູນເຊຶ້ອການຕໍ່ສູ້ທີ່
ອົງອາດກ້າຫານຂອງບັນພະບູລຸດ ແລະ ປະຊາຊົນລາວບັນດາເຜົ່າທີ່ເສຍສະຫລະເພື່ອຄວາມເປັນເອກກະລາດຂອງປະເທດຊາດ.

ໃນກອງປະຊຸມສູນກາງພັກໃນປີ 1975 ໄດ້ວາງທິດທາງ ແລະ ໜ້າທີ່ຮວມໃນການຕໍ່ສູ້ເພື່ອຍາດເອົາໄຊຊະນະຂັ້ນສຸດທ້າຍຂອງການປະຕິວັດ ໂດຍນຳໃຊ້3 ບາດຄ້ອນຍຸດທະສາດຄື ການລຸກຮືຂຶ້ນຂອງມະຫາຊົນ ການໜູນໜີບຂອງ
ກຳລັງປະກອບອາວຸດປະຕິວັດ ການແຍກຕົວອອກຂອງກຳລັງທະຫານສັດຕູໂດຍປະຕິບັດຕາມທິດທາງໜ້າທີ່ດັ່ງກ່າວ ພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຊາຊົນກະກຽມກຳລັງທຸກດ້ານຄື ກຳລັງການເມືອງແລະກຳລັງປະກອບອາວຸດປຸກລຸກນໍ້າໃຈຮັກຊາດ ແລະ ຄຽດແຄ້ນສັດຕູ ປຸກລຸກນໍ້າໃຈຕໍ່ສູ້ຂອງປະຊາຊົນຢູ່ໃນເຂດກວດກາຂອງຝ່າຍວຽງຈັນ ກະກຽມແຜນການທຸກດ້ານ ຍຶດອຳນາດຢູ່ຕາມຕົວເມືອງໃນແຂວງຕ່າງໆ ແລະ ໄດ້ກຽມນະໂຍບາຍອັນລະອຽດໃຫ້ສອດຄອ່ງກັບແຕ່ລະທ້ອງຖິ່ນ ແລະ ແຕ່ລະຊັ້ນຄົນ.

ພາຍໃຕ້ການນຳພາຂອງພັກ ມະຫາຊົນຊັ້ນຄົນຕ່າງໆຢູ່ໃນເຂດຫົວເມືອງທີ່ປົກຄອງຂອງສັດຕູ ແລະ ໃນເຂດເປັນກາງ ເປັນຕົ້ນແມ່ນກຳມະກອນຊາວນາ ນັກຮຽນ ນັກສຶກສາ ໄດ້ພ້ອມກັນລຸກຮືຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ນັບ ມື້ນັບຫລາຍ ຂະບວນການຕໍ່ສູ້ຂອງມະຫາຊົນໄດ້ແຜ່ລາມກວ້າງອອກໄປຢ່າງໄວວາ ດ້ວຍທ່ວງທ່າອັນແຂງແຮງ ຟົດຟຶ້ນ ດູດດຶງ ເຕົ້່າໂຮມເອົາກຳລັງໄດ້ຢ່າງຫລວງຫລາຍ ໃນໜູ່ຂ້າຣາຊະການ ຊາວຄ້າຂາຍ ພຣະສົງສາມະເນນ ນັບທັງນາຍ ແລະ ພົນທະຫານ ຕຳຫລວດ ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ ຊຶ່ງໄດ້ຂະຫຍາຍໂຕເປັນກະແສຟອງສູງສຸດເຊັ່ນ ການລຸກຮຶຂຶ້ນຂອງກຳລັງກຳມະກອນໄຟຟ້າວຽງຈັນ ການລຸກຮຶຂຶ້ນຕໍ່ສູ້ຢ່າງໜັ້ນໜຽວ ທົນທານຕະຫລອດ 4 ວັນ
ແລະ ຄືນ ຂອງປະຊາຊົນຊາວເມືອງໜອງບົກ ແຂວງຄຳມ່ວນ ສາມາດຍາດເອົາສິດເປັນເຈົ້າ ສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນ ການລຸກຮື້ຂຶ້ນປະກາດແຍກໂຕອອກຈາກຝ່າຍວຽງຈັນຂອງກອງພັນ 102 ມາຂຶ້ນກັບ
ລັດຖະບານປະສົມໂດຍກົງ.

ໂດຍການປະສານສົມທົບຊ່ອຍຊູ ຈາກຂະບວນການຕໍ່ສູ້ຂອງມະຫາຊົນກຳລັງປະກອບອາວຸດປະຕິວັດໄດ້ເຄື່ອນທັບຍຸດທະສາດເຂົ້າໄປຍຶດເອົາບັນດາທີ່ຕັ້ງສຳຄັນໃນເຂດກວດກາຂອງສັດຕູໄດ້ຢ່າງໄວວາ ຍຶດເອົາບັນດາໂຕເມືອງ
ໃຫຍ່ຄື ວຽງຈັນ ປາກເຊ ສະຫວັນນະເຂດ ທີ່ເປັນໃຈກາງບັງຄັບບັນຊາຂອງສັດຕູ ສ້າງເປັນກຳລັງໜີບທາງການທະຫານຢ່າງແຂງແຮງໃນເຂດປົກຄອງຂອງສັດຕູ.

ວັນທີ 23 ສິງຫາ 1975 ຊາວນະຄອນຫລວງວຽງຈັນ 20.000 ກວ່າຄົນໄດ້ໂຮມຊຸມນຸມມິດຕິ້ງ ເພື່ອຕອບຮັບການປະກາດສ້າງຕັ້ງອຳນາດການປົກຄອງປະຕິວັດ ນະຄອນຫລວງວຽງຈັນ ຊຶ່ງກໍເປັນອັນວ່າ ລະບົບອຳນາດການປົກຄອງ
ປະຕິວັດທັງໝົດແຕ່ຂັ້ນແຂວງ ນະຄອນຫລວງ ລົງຮອດຂັ້ນຮາກຖານ ໄດ້ຮັບການສ້າງຕັ້ງຂຶ້ນໃນທົ່ວເຂດປົກຄອງຂອງສັດຕູ ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໄດ້ຖືກໄຂຂຶ້ນຢ່າງສະຫງ່າຜ່າເຜີຍຢູ່ນະຄອນ ຫລວງວຽງຈັນ ກອງປະຊຸມໄດ້ເປັນເອກະສັນກັນຜ່ານບັນດາມະຕິອັນເປັນປະຫວັດການ ຕົກລົງລົບລ້າງລະບອບຣາຊາທິປະໄຕທີ່ຫລ້າສະໄໝແລະ ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ສ້າງຕັ້ງສະພາປະຊາ ຊົນສູງສຸດ ແຕ່ງຕັ້ງປະທານປະເທດ ແລະ ສ້າງຕັ້ງລັດຖະບານ ສປປ ລາວ ກຳນົດທຸງຊາດ ເພງຊາດ ແລະ ພາສາທາງການ ສິ່ງດັ່ງກ່າວນັ້ນເປັນປະຫວັດການໃນການຍຶດອຳນາດຂັ້ນສຸດທ້າຍຂອງການປະຕິວັດລາວ ຊຶ່ງໄດ້ຈາລຶກ ໃນປຶ້ມປະຫວັດສາດຂອງຊາດລາວ.

ວັນຍຶດອຳນາດ 23 ສິງຫາ 1975 ຈິ່ງມີຄວາມໝາຍສຳຄັນຫລາຍສຳລັບປະຊາຊົນລາວທັງຊາດເພາະວ່າ ໄຊຊະນະດັ່ງກ່າວ ມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ມັນແມ່ນຜົນທີ່ເກີດຈາກຄວາມກ້າຫານ ປະດິດສ້າງແຫ່ງການນຳໃຊ້ 3 ບາດຄ້ອນຍຸດທະສາດ (ການລຸກຮຶຂຶ້ນຂອງມະຫາຊົນ ການໜູນໜີບຂອງກໍາລັງປະກອບອາວຸດປະຕິວັດການແຍກຕົວອອກຂອງກຳລັງທະຫານຂອງສັດຕູ) ເພື່ອຍຶດອຳນາດການປົກຄອງໃນທົ່ວປະເທດແບບ “ ບົວບໍ່ຊໍ້ານໍ້າບໍ່ຂຸ່ນ ” ມັນແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງແລະການນຳພາອັນສະຫລາດສ່ອງໃສຂອງພັກທີ່ຮູ້ໜູນໃຊ້ ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳໂຕຈິງຂອງການປະຕິວັດລາວຢ່າງປະດິດສ້າງ ມັນແມ່ນໄຊຊະນະຂອງ ກຳລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປວງຊົນທັງຊາດ ຄວາມເປັນອັນໜຶ່ງອັນດຽວກັນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງ ປະຊາຊົນຫວຽດນາມ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫລ່ກັນຕ້ານສັດຕູໂຕດຽວກັນຕະຫລອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...