Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

Published on

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ພະນະທ່ານ ສີຫະສັກ ພວງເກດແກ້ວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23.

ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ຊຶ່ງຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານປະເທດບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ພ້ອມດຽວກັນນັ້ນ, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ໄປຍັງລັດຖະສະພາ, ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ແບ່ງເບົາຄວາມທຸກໂສກ ພ້ອມທັງໄດ້ແຕ່ງຕັ້ງຜູ້ຕາງໜ້າພິເສດຂອງລັດຖະບານໄທ ເດີນທາງມາເຂົ້າຮ່ວມພິທີຊາປານະກິດ ພະນະທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ. ນອກຈາກນີ້, ກໍຍັງໄດ້ສະແດງຄວາມເຫັນໃຈ ຕໍ່ເຫດການນໍ້າຖ້ວມຢ່າງຮຸນແຮງ ຢູ່ ນະຄອນຫຼວງບາງກອກ ແລະ ບັນດາຈັງຫວັດໃກ້ຄຽງ, ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ໃນເຂດດັ່ງກ່າວ.

ທັງສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ແລະ ມີຄວາມປິຕິຍິນດີ ທີ່ເຫັນວ່າ ຕະຫຼອດໄລຍະກວ່າ 7 ທົດສະວັດ ແຫ່ງການສ້າງຕັ້ງສາຍພົວພັນການທູດ ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີດັ່ງກ່າວນັ້ນ ນັບມື້ນັບໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ອັນພົ້ນເດັ່ນ, ປະມຸກລັດຂອງສອງປະເທດ, ພະບໍຣົມສານຸວົງ ຂອງໄທ ກໍຄື ຫົວໜ້າລັດຖະບານ ແລະ ການນໍາຂັ້ນສູງໃນລະດັບຕ່າງໆ ໄດ້ມີການແລກປ່ຽນການຢ້ຽມຢາມ ຢ່າງເປັນປົກກະຕິ. ໄທ ສືບຕໍ່ເປັນປະເທດຄູ່ຄ້າ ແລະ ປະເທດທີ່ມີການລົງທຶນລາຍໃຫຍ່ເປັນອັນດັບຕົ້ນໆຂອງ ສປປ ລາວ.

ນອກຈາກນັ້ນ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງສະແດງຄວາມຫວັງວ່າ ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 ທີ່ຈະຈັດຂຶ້ນຢູ່ແຂວງຫຼວງພະບາງ ໃນວັນທີ 2 ຕຸລາ 2026 ທີ່ຈະມາເຖິງນີ້ ຈະເປັນກົນໄກອັນສໍາຄັນໃນການຊ່ວຍຍູ້ແຮງການຮ່ວມມືລະຫວ່າງສອງປະເທດ ໃນດ້ານຕ່າງໆໃຫ້ຂະຫຍາຍຕົວຍິ່ງຂຶ້ນ ແລະ ວາງທິດທາງແຜນການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ ໃນຕໍ່ໜ້າ. ພ້ອມທັງ ໄດ້ເນັ້ນໜັກໃຫ້ທັງສອງຝ່າຍເອົາໃຈໃສ່ ຈັດຕັ້ງປະຕິບັດຜົນການປຶກສາຫາລືໃຫ້ເກີດຜົນເປັນຮູບປະທໍາ ໂດຍສະເພາະໃນຂົງເຂດການຮັກສາຄວາມໝັ້ນຄົງ ແລະ ຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ, ການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ, ການຮ່ວມມືດ້ານເສດຖະກິດ, ການຮ່ວມມືດ້ານການເຊື່ອມໂຍງ-ເຊື່ອມຈອດ, ການຮ່ວມມືດ້ານພະລັງງານ, ການຮ່ວມມືເພື່ອການພັດທະນາ ໃນຂະແໜງການສຶກສາ, ສາທາລະນະສຸກ, ກະສິກໍາ, ທ່ອງທ່ຽວ, ການທູດປະຊາຊົນ ແລະ ອື່ນໆ.

ໃນຂະນະດຽວກັນ, ພະນະທ່ານ ຮອງນາຍົກລັດຖະມົນຕີ ສີຫະສັກ ພວງເກດແກ້ວ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ລັດຖະບານລາວ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນປະທານຮ່ວມໃນກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 ໃນຄັ້ງນີ້້ ພ້ອມທັງສະແດງຄວາມໝາຍໝັ້ນ ທີ່ຈະສືບຕໍ່ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ປະກົດຜົນເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ.

ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພະນະທ່ານ ສີຫະສັກ ພວງເກດແກ້ວ ຍັງໄດ້ໄປຢ້ຽມຢາມບໍລິສັດ ທ່າບົກ-ທ່ານາແລ້ງ ຈໍາກັດຜູ້ດຽວ (Thanaleng Dry Port) ແລະ ຫຼັງຈາກນັ້ນກໍໄດ້ເດີນທາງໄປເຂົ້າກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 ທີ່ ແຂວງຫຼວງພະບາງ ດ້ວຍລົດໄຟ ລາວ-ຈີນ.

ແຫຼ່ງທີ່ມາ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...