ເດີນທາງມາ ສປປ ລາວ ໃນວັນທີ 12 ມັງກອນ 2023

0
807

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດຕະນະຣາຊສຸດາ ສະຫຍາມບໍຣົມຣາຊະກຸມາຣີ ຈະເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 12 ມັງກອນນີ້.

ອີງຕາມແຈ້ງການຂອງກະຊວງການຕ່າງປະເທດໄດ້ໃຫ້ຮູ້ວ່າ: ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດຕະນະຣາຊສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 12 ມັງກອນ 2024 ນີ້ ໂດຍຕອບ ສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ໃນການເດີນທາງມາ ສປປ ລາວ ໃນຄັ້ງນີ້ພະອົງຈະມາ ເປັນອົງປະທານຮ່ວມໃນພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ການສ້າງຕັ້ງສູນພັດທະນາ ແລະ ການບໍລິການດ້ານການກະເສດ ຫ້ວຍ ຊອນ-ຫ້ວຍຊົ້ວ. ເຊິ່ງໂຄງການດັ່ງກ່າວຖືໄດ້ວ່າເປັນໂຄງການໜຶ່ງທີ່ຮັດແໜ້ນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ແລະ ຍັງເປັນໂຄງການທີ່ຊ່ວຍພັດທະນາ ແລະ ບໍລິການດ້ານການກະເສດທີ່ນັກວິຊາການດ້ານກະສິກຳຂອງຣາຊະອານາຈັກໄທ – ສປປ ລາວ.