spot_img
Homeຂ່າວພາຍ​ໃນແຈ້ງຍຸຕິນຳໃຊ້ການຊໍາລະເງິນທີ່ບໍ່ໄດ້ຮັບອະນຸຍາດ

ແຈ້ງຍຸຕິນຳໃຊ້ການຊໍາລະເງິນທີ່ບໍ່ໄດ້ຮັບອະນຸຍາດ

Published on

ແຈ້ງການຍຸຕິນຳໃຊ້ການຊໍາລະເງິນຜ່ານ QR Code ທີ່ບໍ່ໄດ້ຮັບອະນຸຍາດ.

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການໃຫ້ຍຸຕິການນຳໃຊ້ວິທີການຊໍາລະເງິນແບບ QR Code ແລະ ຮູບແບບເຄື່ອງອ່ານຂໍ້ມູນຊຳລະ (ເຄື່ອງ POS/EDC) ຕົວຢ່າງເຊັ່ນ: Alipay ແລະ WeChat Pay ທີ່ບໍ່ໄດ້ຮັບອະນຸຍາດ, ເນື່ອງຈາກປັດຈຸບັນໄດ້ມີກຸ່ມຄົນຈຳນວນໜຶ່ງ ນຳເອົາເຄື່ອງມືຊຳລະ ແລະ ຊ່ອງທາງການຮັບຊຳລະຂອງຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດ ເຂົ້າມານຳໃຊ້ຢູ່ໃນ ສປປ ລາວ, ໂດຍສະເພາະ ຄົນຕ່າງປະເທດ ແລະ ນັກທ່ອງທ່ຽວທີ່ເຂົ້າມາໃນ ສປປ ລາວ, ເຊິ່ງເຮັດໃຫ້ລາຍຮັບ ແລະ ເງິນຕາຕ່າງປະເທດບໍ່ເຂົ້າມາໃນລະບົບຂອງ ທະນາຄານແຫ່ງ ສປປ ລາວ.

ເຊິ່ງອີງຕາມແຈ້ງໜັງສືແຈ້ງການຂອງທະນາຄານແຫ່ງ ສປປ ລາວ ເມື່ອວັນທີ 4 ມັງກອນທີ່ຜ່ານມາວ່າດ້ວຍເລື່ອງການນຳໃຊ້ເຄື່ອງມືຊໍາລະ ແລະ ຊ່ອງທາງການຊໍາລະຂອງຕ່າງປະເທດທີ່ບໍ່ໄດ້ຮັບອະນຸຍາດ ໂດຍມີເນື້ອໃນແຈ້ງການດັ່ງນີ້: ສຳລັບຜູ້ປະກອບການບຸກຄົນ ຫຼື ນິຕິບຸກຄົນເຊັ່ນ: ບັນດາໂຮງແຮມ, ບ້ານພັກ, ຮ້ານອາຫານ, ຮ້ານຄ້າ, ຜູ້ປະກອບການສະຖານບໍລິການ, ນັກທ່ອງທ່ຽວ ພ້ອມທັງພໍ່ແມ່ປະຊາຊົນ , ຊາວຄ້າຂາຍ, ພະນັກງານ, ທະຫານ, ຕໍາຫຼວດ ທີ່ນຳໃຊ້ເຄື່ອງມືຊໍາລະ ແລະ ຊ່ອງທາງການຊຳລະທີ່ບໍ່ໄດ້ຮັບອະນຸຍາດ ແມ່ນໃຫ້ຍຸຕິການນຳໃຊ້ວິທີການຊໍາລະເງິນແບບດັ່ງກ່າວ ເນື່ອງຈາກຖືເປັນການລະເມີດກົດໝາຍ ມາດຕາ 39 ຄື ການຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ດຳເນີນການໃຫ້ບໍລິການຊໍາລະ ແລະ ຊ່ອງທາງການຊຳລະ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ກົດໝາຍມາດຕາ 43 ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຊໍາລະຄ່າສິນຄ້າ ແລະ ຄ່າບໍລິການພາຍໃນ ແລະ ລະຫວ່າງປະເທດ ດ້ວຍການນຳ ໃຊ້ລະບົບການຊໍາລະທີ່ບໍ່ສອດຄ່ອງກັບກົດໝາຍ ສປປ ລາວ. ເຊິ່ງຖ້າຕ້ອງການຈ່າຍສິນຄ້າ ແລະ ຄ່າບໍລິການຜ່ານເຄື່ອງມືເອເລັກໂຕຣນິກ ໂດຍບໍ່ໃຊ້ເງິນສົດນັ້ນແມ່ນສາມາດໃຊ້ບໍລິການຂອງຜູ້ໃຫ້ບໍລິການຮັບຊໍາລະທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ເຊັ່ນ: ທະນາຄານທຸລະກິດ ແລະ ນິຕິບຸກຄົນ (ບໍລິສັດ) ໃຫ້ການບໍລິການຮັບຊໍາລະດ້ວຍ Alipay, Wechat pay ແລະ ອື່ນໆທີ່ໄດ້ ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ.

ພ້ອມກັນນັ້ນ, ທະນາຄານແຫ່ງ ສປປ ລາວ ຈະສົມທົບກັບເຈົ້າໜ້າທີ່ຕຳຫຼວດ ແລະ ພາກສ່ວນກ່ຽວຂ້ອງລົງຕິດຕາມກວດກາການຮັບຊໍາລະໃນຂອບເຂດທົ່ວປະເທດ, ກໍລະນີຫາກພົບເຫັນມີການຝ່າຝືນ ຫຼື ລະເມີດ ແມ່ນຈະຖືກນຳສົ່ງໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ປະຕິບັດການສຶກສາອົບຮົມ, ປັບໄໝ, ມາດຕະການທາງອາຍາ, ມາດຕະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...