ກຽມເບິ່ງຝົນດາວຕົກ ເຈມິນິສ ໃນວັນທີ 14 ທັນວາ 2023 ນີ້

0
492

“ຝົນດາວຕົກເຈມິນິສ” ມີອັດຕາການຕົກສູງໃນຄືນວັນທີ 14 ທັນວາ 2023 ໂດຍຈະຕົກປະມານ 150 ດວງຕໍ່ຊົ່ວໂມງ.

ວິຊາການດາລາຊາດ ໄດ້ລາຍງານວ່າ ຄືນວັນທີ 13 ທັນວາ 2023 – ເຊົ້າມືດວັນທີ 14 ທັນວາ 2023 ຈະເກີດປາກົດການຝົນດາວຕົກເຈມິນິສ ຫຼື ຝົນດາວຕົກກຸ່ມດາວຄົນຄູ່ ມີອັດຕາການຕົກສູງສຸດປະມານ 150 ດວງຕໍ່ຊົ່ວໂມງ.

ໂດຍກຸ່ມດາວນີ້ຈະຂຶ້ນຂອບຟ້າປະມານ 20:00 ໂມງຂອງວັນທີ 13 ທັນວາ ທາງທິດຕາເວັນອອກສຽງເໜືອ ແຕ່ຈະແນະນຳໃຫ້ຊົມເວລາປະມານ 2:00 ໂມງເຊົ້າມືດຂອງວັນທີ 14 ທັນວາ 2023 ເປັນຕົ້ນໄປຈົນເຖິງເຊົ້າ.

ສະຖານທີ່ຊົມຝົນດາວຕົກຄວນເລືອກສະຖານທີ່ມືດໆ ບໍ່ມີແສງໄຟມາລົບກວນ ແລະ ສາມາດເບິ່ງເຫັນທ້ອງຟ້າໄດ້ອ້ອມທິດທາງ ຄວນນອນຊົມດ້ວຍຕາເປົ່າເພາະຝົນດາວຕົກຈະກະຈາຍໄປທົ່ວທິດທາງ.