Homeຂ່າວຄາດຕະກຳອັບເດດກໍລະນີປັນມູນບໍ່ລົງຕົວເລີຍໃຊ້ພ້າຂໍຟັນ ອ້າຍ ແລະ ເອື້ອຍໃພ້ ເສຍຊີວິດຄາທີ່

ອັບເດດກໍລະນີປັນມູນບໍ່ລົງຕົວເລີຍໃຊ້ພ້າຂໍຟັນ ອ້າຍ ແລະ ເອື້ອຍໃພ້ ເສຍຊີວິດຄາທີ່

Published on

ນ້ອງຊາຍຮ່ວມສາຍເລືອດດຽວກັນໃຊ້ພ້າຂໍ ຄາຕະກຳອ້າຍຂອງຕົນເອງ ດ້ວຍການຟັນເຂົ້າຄໍ ແລະ ຫົວຈໍານວນຫຼາຍບາດ ກ່ອນໃຊ້ພ້າດວງດັ່ງກ່າວໄລ່ຟັນເອື້ອຍໄພ້ ເຮັດໃຫ້ທັງສອງເສຍຊີວິດຄາທີ່ ແລ້ວເອົາຕົວລົບໜີຈາກສະຖານທີ່ເກີດເຫດ.

ເຫດຄາຕະກໍາດັ່ງກ່າວເກີດຂຶ້ນໃນເວລາປະມານ 12-13 ໂມງຂອງວັນທີ 11 ທັນວາ 2023 ຢູ່ ບ້ານ ນໍ້າຍິງ ເມືອງລ້ອງຊານ ແຂວງໄຊສົມບູນ ຜູ້ເສຍຊີວິດ 2 ຄົນຊື່ ທ້າວ ລໍຫົວວ່າງ ອາຍຸ 37 ປີ ແລະ ນາງ ທ່າວຢ່າງ ອາຍຸ 30 ປີ (ທັງສອງເປັນຜົວ-ເມຍກັນ), ສ່ວນຜູ້ກໍ່ເຫດຊື່ທ້າວ ໄຊຫວ່າງ ອາຍຸ 26 ປີ ເປັນນ້ອງຊາຍຂອງຜູ້ເສຍຊີວິດ ເຊິ່ງທັງ 3 ເປັນປະຊາຊົນຢູ່ ບ້ານ ນ້ຳຍິງ ເມືອງລ້ອງຊານ ແຂວງໄຊສົມບູນ.

ສາເຫດທີ່ພາໃຫ້ທ້າວ ໄຊຫວ່າງ ກໍ່ເຫດລົງມືຄາຕະກຳອ້າຍໃນຄັ້ງນີ້ ຍ້ອນທັງສອງຜິດຖຽງກັນເລື່ອງແບ່ງປັນມູນມໍລະດົກ ໂດຍສະເພາະແມ່ນທີ່ດິນເຮືອນ ແລະ ທີ່ດີນສວນຢາງພາລາ ທີ່ພໍ່ແມ່ປະໄວ້ໃຫ້ບໍ່ລົງຕົວ.

ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງໄຊສົມບູນ ກຳລັງເລັ່ງສືບສວນ-ສອບສວນ ນຳຈັບຕົວຜູ້ກໍ່ເຫດມາດໍາເນີນຄະດີຕາມ ກົດໝາຍ.

ແຫຼ່ງຂ່າວ ປກສ ແຂວງໄຊສົມບູນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...