ປະຫານຊີວິດ 2 ຈໍາເລີຍ ໃນຄະດີຂົນສົ່ງຢາເສບຕິດ

0
3209

ໃນວັນທີ 1 ທັນວາ 2023 ຜ່ານມານີ້, ສານປະຊາຊົນແຂວງ ວຽງຈັນ ໄດ້ພິຈາລະນາຕັດສິນລົງໂທດປະຫານຊີວິດຈໍາເລີຍຄະດີຢາເສບຕິດຈໍານວນ 02 ຄົນ ມີຄວາມຜິດໃນສະຖານ ການຂົນສົ່ງຢາເສບຕິດປະເພດຢາບ້າ ແລະ ຢາໄອສ໌

ຈຳເລີຍຊື່ ນາງ ກັນຕິສາ ອາຍຸ 46 ປີ ຄ້າຂາຍ ຢູ່ບ້ານວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ, ນະຄອນຫຼວງວຽຈັນ ແລະ ນາງ ບຸດສະດີ ອາຍຸ 49 ປີ, ຄ້າຂາຍ ຢູ່ບ້ານທ້າວແກ່ນ , ເມືອງ ແກ່ນທ້າວ, ແຂວງໄຊຍະບູລີ ຖືກເຈົ້າໜ້າທີ່ກັກຕົວໃນຄັ້ງວັນທີ 3 ມີນາ 2022, ພ້ອມຂອງກາງຢາບ້າຈຳນວນ 3.398.000 ເມັດ ແລະ ຢາໄອສ໌ ນໍ້າຫນັກ 25 ກິໂລກຣາມ.

ຜ່ານການສັງລວມຂໍ້ມູນພວກຈໍາເລີຍ ແມ່ນມີຄວາມຜິດໃນສະຖານການຂົນສົ່ງຢາເສບຕິດ ປະເພດຢາບ້າ ແລະ ຢາໄອສ໌ ໄວ້ໃນຄອບຄອງແທ້ ດັ່ງນັ້ນສານປະຊາຊົນແຂວງແຂວງວຽງຈັນ ຈຶ່ງພິຈາລະນາຕັດສີນປະຫານຊີວິດ.
ຂ່າວ ປ້ອງກັນຄວາມສະຫງົບ ແຂວງວຽງຈັນ