spot_img
Homeຂ່າວພາຍ​ໃນປັບປຸງຖານທີ່ໝັ້ນການປະຕິວັດລາວໃຕ້ໃຫ້ກາຍເປັນບ່ອນສຶກສາຮຽນຮູ້ປະຫວັດສາດ

ປັບປຸງຖານທີ່ໝັ້ນການປະຕິວັດລາວໃຕ້ໃຫ້ກາຍເປັນບ່ອນສຶກສາຮຽນຮູ້ປະຫວັດສາດ

Published on

ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ແລະ ທ່ານ ເພັງນາ ຈັນທະພອນ ເຈົ້າເມືອງດາກຈຶງ ແລະ ຂະແໜງການກ່ຽວຂ້ອງ ໄດ້ລົງສຳຫຼວດຖານທີ່ໝັ້ນການປະຕິວັດລາວໃຕ້ ໃນວັນທີ 7 ທັນວາ 2023 ນີ້, ເຊິ່ງພະນັກງານປະຕິວັດຮຸ່ນກ່ອນ ໄດ້ອາໄສເປັນບ່ອນເຄື່ອນໄຫວກໍ່ສ້າງຮາກຖານການເມືອງ ແລະ ນຳພາຂະບວນການຕໍ່ສູ້ຢູ່ພາກໃຕ້ຂອງລາວ ຕ້ານສັດຕູຮຸກຮານໃນຊຸມປີ 1946-1947 ໂດຍມີປະທານ ຄຳໄຕ ສີພັນດອນ ອາດີດປະທານພັກ, ອາດີດປະທານປະເທດແຫ່ງ ສປປ ລາວ ເປັນຜູ້ບັນຊາ ເພື່ອສະເຫລີມສະຫຼອງວັນຄ້າຍວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໃນວັນທີ 8 ກຸມພາ 2024 ທີ່ຈະມາເຖິງນີ້.

ທ່ານ ເຫຼັກໄຫຼ ສີວິໄລ ໄດ້ກ່າວວ່າ: ຖານທີ່ໝັ້ນການປະຕິວັດລາວໃຕ້ ແມ່ນຕັ້ງຢູ່ເຂດບ້ານດາກປໍາ-ບ້ານດາກຊວງ ເມືອງດາກຈຶງ ແຂວງເຊກອງ ຫ່າງຈາກເທສະບານເມືອງປະມານ 4 ກິໂລແມັດ, ຊຶ່ງການລົງສໍາຫຼວດຄັ້ງນີ້ ຈຸດປະສົງກໍເພື່ອກໍານົດເຂດພື້ນທີ່, ສ້າງສິ່ງອໍານວຍຄວາມສະດວກ, ສ້າງເຮືອນຢູ່ຈໍາລອງຂອງປະທານ ຄໍາໄຕ ສີພັນດອນ, ສ້າງເຮືອນຢູ່ຈໍາລອງຂອງທະຫານລາວ-ທະຫານຫວຽດນາມ ແລະ ອື່ນໆ ທີ່ຕິດພັນກັບການໃຊ້ຊີວິດປະຈໍາວັນຂອງເພິ່ນໃນເວລານັ້ນ ໃຫ້ກາຍເປັນບ່ອນສຶກສາຮຽນຮູ້ປະຫວັດສາດ ແລະ ເປັນບ່ອນສຶກສາອົບຮົມມູນເຊື້ອປະຕິວັດ ໃຫ້ເຍົາວະຊົນ-ຄົນຮຸ່ນໃໝ່, ທັງເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ເພື່ອແນໃສ່ໃຫ້ຜູ້ມາສຳຜັດໄດ້ສຶກສານ້ຳໃຈເສຍສະຫຼະ, ພິລະອາດຫານ, ຄວາມເດັດດ່ຽວໜຽວແໜ້ນຂອງພະນັກງານ ແລະ ນັກຮົບຮຸ່ນກ່ອນ.

ໂຄງການບູລະນະ, ປັບປຸງຟື້ນຟູ ແລະ ກໍ່ສ້າງເຮືອນຈໍາລອງຢູ່ຖານທີ່ໝັ້ນການປະຕິວັດລາວໃຕ້ ຢູ່ເຂດບ້ານດາກປໍາ-ດາກຊວງ ເມືອງດາກຈຶງ ເປັນໂຄງການທີ່ມີຄວາມໝາຍສໍາຄັນ. ສະນັ້ນ, ຂະແໜງການກ່ຽວຂ້ອງທຸກຂັ້ນຕ້ອງສືບຕໍ່ໂຄສະນາ, ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ອະທິບາຍຊີ້ແຈງດ້ວຍເຫດດ້ວຍຜົນ ໃຫ້ປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ, ຮ່ວມມື ແລະ ມີສ່ວນຮ່ວມ ຈັດຕັ້ງປະຕິບັດກິດຈະກໍາຕ່າງໆຂອງໂຄງການ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້. ທັງນີ້ ກໍເພື່ອໃຫ້ສະຖານທີ່ດັ່ງກ່າວ ກາຍເປັນບ່ອນຮຽນຮູ້ປະຫວັດສາດ, ເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ທີ່ສາມາດດຶງດູດນັກທ່ອງທ່ຽວເຂົ້າທ່ຽວເມືອງດາກຈຶງ ກໍຄືແຂວງເຊກອງ ໃຫ້ຫຼາຍຂຶ້ນໃນອະນາຄົດ.

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...