ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ມ້າງຄະດີຄ້າ-ຂາຍຢາເສບຕິດ

0
611

ໃນວັນທີ 20 ພະຈິກ 2023ນີ້, ພັທ ກາລະທອນ ຄົມທິລາດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ, ໄດ້ລາຍງານໃຫ້ຮູ້ວ່າ: ໃນເວລາ 09 ໂມງ:00ນາທີ ຂອງວັນທີ 16 ພະຈິກ 2023, ເຈົ້າໜ້າທີຕໍາຫຼວດກຳລັງວິຊາສະເພາະ ຂອງກອງບັນຊາການ ປກສ ນະຄອນໄກສອນພົມວິຫານ, ໄດ້ເຂົ້າມ້າງ ກັກກຸ່ມລາຍຄະດີຈຸດຄ້າ-ຂາຍຢາເສບຕິດ (ຢາບ້າ) ຈຳນວນ 02 ຈຸດ, ຢູ່ຂອບເຂດບ້ານຊອກ, ນະຄອນໄກສອນພົມວິຫານແຂວງສະຫວັນນະເຂດ, ຈຸດທີ1 ໄດ້ກັກຕົວເປົ້າໝາຍ ໄດ້ 01 ຄົນ, ຄື: ທ້າວ ແສງປັນຍາ ຫຼື ອ້ວນ ອາຍຸ 28 ປີ, ພ້ອມຂອງກາງຢາເສບຕິດ(ຢາບ້າ) ຈຳນວນ 01 ມັດ ກັບ 17 ເມັດ, ໂທລະສັບ 01 ໜ່ວຍ, ເງິນກີບ 1.405.000 ກີບ, ເງິນບາດ 300 ບາດ, ແລະຈຸດທີ 02 ໄດ້ກັກຕົວເປົ້າໝາຍຄ້າ-ຂາຍຢາເສບຕິດອີກ 02 ຄົນ, ຄື: ທ້າວ ສີສະຫວັັນ ຫຼື ຕີບ ອາຍຸ 45 ປີ, ອາຊີບ ເຮັດນາ, ພ້ອມຂອງກາງຢາເສບຕິດ(ຢາບ້າ) ຈຳນວນ 319 ເມັດ, ເງິນກີບ 540.000 ກີບ, ໂທລະສັບ 01 ໜ່ວຍ ແລະ ທ້າວ ແກ້ວຕາ ຫຼື ຖ້ຳ ອາຍຸ 42 ປີ, ອາຊີບເຮັດນາ, ພ້ອມຂອງກາງຢາບ້າ ຈຳນວນ 07 ເມັດ, ເງິນກີບ 60.000ກີບ, ໂທລະສັບ 01 ໜ່ວຍ, ທັງສາມຄົນແມ່ນຢູ່ບ້ານຊອກ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ນຳຕົວພວກກ່ຽວ ພ້ອມຂອງກາງຄະດີ ແລະ ພາຫະນະລົດຈັກ ຈຳນວນ 02 ຄັນ, ເຂົ້າມາກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ເພື່ອສືບສວນ.

ຜ່ານການສືບສວນ-ສອບສວນຂະຫຍາຍຜົນ ທ້າວ ແສງປັນຍາ ຫຼື ອ້ວນ ໃຫ້ການຮັບສາລະພາບວ່າ: ຢາເສບຕິດ(ຢາບ້າ) ແມ່ນຜູ້ກ່ຽວຊື້ມາຈາກນາງ ຈັນສຸດາ ຫຼື ໄໝ່ ອາຍຸ 30 ປີ, ປະຊາຊົນ ບ້ານ ໂພນສະອາດ ນະຄອນໄກສອນ ພົມວິຫານ ແລະ ຕົກມາຮອດເວລາ 20 ໂມງ: 00 ນາທີ ໄດ້ເຫັນ ນາງ ຈັນສຸດາ ຫຼື ໄໝ່ ຂີ່ລັດຈັກຊ້ອນທ້າຍ ກັບ ທ້າວ ສາຍສະໝອນ ຫຼື ຄ່ອງ ອາຍຸ 37 ປີ, ປະຊາຊົນ ບ້ານ ທ່າແຮ່ ນະຄອນໄກສອນ ພົມວິຫານ, ຂີ່ລົດໄປຕາມເສັ້ນທາງຂອບເຂດບ້ານຊອກ ນະຄອນໄກສອນ ພົມວິຫານ,
ຈາກນັ້ັນ, ເຈົ້າໜ້າທີ່ວິຊາສະເພາະຂອງພວກເຮົາຈຶ່ງໄດ້ສະແດງຕົວເພື່ອຈັບກຸມເປົ້າໝາຍຄ້າ-ຂາຍ, ແຕ່ພວກກ່ຽວພະຍາຍາມຂັບລົດເອົາຕົວຫຼົບໜີ, ພ້ອມນັ້ນກຳລັງວິຊາສະເພາະຈຶ່ງໄລ່ຕາມໄປ ແລະ ໃນເວລາຕໍ່ມາ ໃນຂະນະທີ່ລົດຈັກຂອງພວກກ່ຽວເສຍຫຼັກລົ້ມ, ຈຶ່ງສາມາດກັກຕົວພວກກ່ຽວທັງສອງຄົນໄດ້, ພ້ອມຂອງກາງຢາເສບຕິດ(ຢາບ້າ) ຈຳນວນ 06 ມັດ, ລົດຈັກ 01 ຄັນ, ປະຈຸບັນຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍ.