ກຽມກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX

0
619

ແຈ້ງການ ຂອງຄະນະເລຂາທິການສະພາແຫ່ງຊາດ

ອີງຕາມ ກົດໝາຍວ່າດ້ວຍສະພາແຫ່ງຊາດ ສະບັບປັບປຸງ ປີ 2020 ມາດຕາ 60 ກ່ຽວກັບ ກອງປະຊຸມສະໄໝສາມັນປະຈໍາຫົກເດືອນຕົ້ນປີ ຂອງສະພາແຫ່ງຊາດ ແລະ ອີງຕາມມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ສະບັບເລກທີ 153/ຄປຈ, ລົງວັນທີ 7 ມິຖຸນາ 2023.

ຄະນະເລຂາທິການສະພາແຫ່ງຊາດ ມີຄວາມຍິນດີ ແລະ ຂໍຖືເປັນກຽດແຈ້ງມາຍັງ ອົງການຈັດຕັ້ງພັກ, ລັດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າຊາບວ່າ: ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ລະຫວ່າງວັນທີ 26 ມິຖຸນາ-18 ກໍລະກົດ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ.

ເຊິ່ງກອງປະຊຸມດັ່ງກ່າວຈະໄດ້ດຳເນີນເປັນເວລາ 17 ມື້ ບໍ່ລວມມື້ພັກລັດຖະການ.