Homeຂ່າວພາຍ​ໃນສາລະວັນມີໜີ້ໄຟຟ້າທົ່ວແຂວງ 20 ກວ່າຕື້ກີບ

ສາລະວັນມີໜີ້ໄຟຟ້າທົ່ວແຂວງ 20 ກວ່າຕື້ກີບ

Published on

ການຊົມໃຊ້ພະລັງງານໄຟຟ້າ ໃນທົ່ວແຂວງສາລະວັນ ນັບມື້ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ຕາມອັດຕາການຂະຫຍາຍຕົວທາງເສດຖະກິດ-ສັງຄົມຂອງແຂວງ ການຊົມໃຊ້ຂອງແຕ່ລະຄອບຄົວເພີ້ມຂຶ້ນ, ບັນດາໂຮງຈັກ ໂຮງງານອຸດສາຫະກໍາຕ່າງໆ ກໍເພີ່ມຂຶ້ນ ແລະ ປະເພດລັດບໍລິຫານເຊັ່ນ: ລະບົບຊົນລະປະທານ, ສຳນັກງານຫ້ອງການ ແລະ ອື່ນໆ. ເຊິ່ງຈາກການສົມທຽບ ໃນໄລຍະ 5 ປີ (2018-2022) ມີຜູ້ຊົມໃຊ້ໄຟຟ້າເພີ່ມຂຶ້ນ 10.379 ຫົວໜ່ວຍ. ປັດຈຸບັນ ມີລູກຄ້າທັງໝົດ 77.836 ຫົວໜ່ວຍ, ນຳໃຊ້ພະລັງງານໄຟຟ້າທັງໝົດ 106 ລ້ານກິໂລວັດໂມງ (KWH).

ຈາກອັດຕາການຊົມໃຊ້ທີ່ເພີ່ມຂຶ້ນ ກໍມີບັນຫາຕາມມາຄື ການຊໍາລະຄ່າກະແສພະລັງງານໄຟຟ້າ ມີບາງຫົວໜ່ວຍ ກໍບໍ່ທັນຊຳລະ 100% ໃນທຸກໆປີ ຈຶ່ງເກີດມີໜີ້ສິນຄຸມເຄືອມາຮອດປັດຈຸບັນ ມີທັງໝົດ 20 ຕື້ກວ່າກີບ.

ທ່ານ ສຸລິຍາ ຈັນທະວົງ ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງສາລະວັນ ໄດ້ລາຍງານ ໃນກອງປະຊຸມລັດວິສາຫະກິດໄຟຟ້າລາວ ສາຂາແຂວງສາລະວັນ ໃນວັນທີ 14 ມິຖຸນາ 2023 ທີ່ຜ່ານມາວ່າ ສຳລັບລັດວິສາຫະກິດໄຟຟ້າສາຂາສາລະວັນໃນໄລຍະຜ່ານມາ ມີສິນທີ່ຄ້າງຄຸມເຄືອແຕ່ລະປະເພດຊົມໃຊ້ ເຊັ່ນ: ໜີ້ສິນດ້ານຊົນລະປະທານ 4 ຕື້ກວ່າກີບ, ລັດບໍລິຫານ 14 ຕື້ກວ່າກີບ ແລະ ອື່ນໆ ຈໍານວນ 1,6 ຕື້ກວ່າກີບ ລວມໆແລ້ວຕົກເປັນເງິນເຖິງ 20 ຕື້ກີບ.

ຕໍ່ບັນຫາການແກ້ໄຂໜີ້ສິນຜ່ານມາ ແມ່ນໄດ້ມີການປຶກສາຫາລື, ສັງລວມໜີ້ສິນໃນແຕ່ລະໄລຍະ ແຈ້ງໃຫ້ລູກຄ້າຮັບຮູ້ ແລະ ເພື່ອຢັ້ງຢືນໄວ້. ສຳລັບທິດທາງແຜນການສູ້ຊົນ ໃນປີ 2023 ເພີ່ມທະວີໃນການເກັບໜີ້ສິນທີ່ຄ້າງຊໍາລະທຸກປະເພດ ໃຫ້ໄດ້ 54% ໜີ້ສິນ ປີ 2022 ຫຼື ປະມານ 9 ຕື້ກວ່າກີບ, ສູ້ຊົນເກັບກູ້ໜີ້ສິນ 7 ປະເພດ ຍົກເວັ້ນ (ລັດບໍລິຫານ ແລະ ຊົນລະປະທານ) ໃຫ້ໄດ້ 100% ແລະ ສູ້ຊົນເກັບໜີ້ສິນທີ່ຈໍາໜ່າຍພະລັງງານໄຟຟ້າອອກທຸກປະເພດ ໃນປີ 2023 ໃຫ້ບັນລຸໄດ້ 97% ຂຶ້ນໄປ.

ແຫຼ່ງຂ່າວ ໜັງສືພິມສາລະວັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...