ປັນຫານັກທ່ອງທ່ຽວລົ້ນເມືອງ

0
4714

ຈຸດປ່ຽນສຳຄັນທີ່ເຮັດໃຫ້ຄົນ ຫັນມາໃຫ້ຄວາມສຳຄັນກັບຄວາມຍັ້ງຍືນ ກໍຄື ‘Overtourism’

– Overtourism ແມ່ນຫຍັງ? ເມື່ອສະຖານທີ່ທ່ອງທ່ຽວຕ້ອງຕ້ອນຮັບນັກທ່ອງທ່ຽວ ທີ່ມີຈຳນວນຫຼາຍເກີນຈະຮັບໄຫວ ຈຶ່ງເກີດເປັນປັນຫານັກທ່ອງທ່ຽວລົ້ນເມືອງ ຫຼື ‘Overtourism’ ປັນຫານີ້ມັກຈະພົບເຫັນຕາມສະຖານທີ່ທ່ອງທ່ຽວຍອດນິຍົມທົ່ວໂລກ.

– Overtourism ກັບສະຖານທີ່ ການທີ່ມີນັກທ່ອງທ່ຽວທີ່ມາທ່ຽວຫຼາຍ ຈະເຮັດໃຫ້ເສດຖະກິດທ້ອງຖິ່ນດີຂຶ້ນ ແຕ່ກໍຕ້ອງບໍ່ລືມວ່າຊັບພະຍາກອນມີພຶ້ນທີ່ຈຳກັດ ຈຳນວນນັກທ່ອງທ່ຽວທີ່ຫຼາຍເກີນໄປ ສົ່ງຜົນເສຍຫຼາຍກວ່າດີ ເພາະທຳໃະຊາດທ້ອງຖິ່ນຈະຖືກລົບກວນບໍ່ໄດ້ມີການຢຸດພັກ, ຈະເຮັດໃຫ້ຂີ້ເຫຍື້ອເພີ່ມຂຶ້ນເປັນຈຳນວນຫຼາຍ ແລະ ເຮັດໃຫ້ສິ່ງກໍ່ສ້າງຊຸດໂສມເສຍຫາຍ.

– Overtourism ກັບປະຊາຊົນໃນທ້ອງຖິ່ນ ປັນຫານັກທ່ອງທ່ຽວລົ້ນເມືອງນັ້ນສົ່ງຜົນກະທົບຕໍ່ກັບຜູ້ຄົນທ້ອງຖິ່ນ ທຳລາຍວັດທະນະທຳ ຄວາມເປັນຢູ່ ແລະ ຄວາມສະຫງົບຂອງປະຊາຊົນຢ່າງຫຼວງຫຼາຍ.

ທີ່ມາ: wow thailand