ບັນຫາການສ້ອມແປງທາງທີ່ຍັງພົບຄວາມຫຍຸ້ງຍາກ

0
721

ບັນຫາການສ້ອມແປງທາງຫຼວງ ທ້ອງຖິ່ນ ແລະ ເສັ້ນທາງຫຼວງແຫ່ງຊາດ ໂດຍສະເພາະເສັ້ນທາງທີ່ເປເພຈາກການກໍ່ສ້າງທາງລົດໄຟລາວ-ຈີນ ທາງດ່ວນ ແລະ ຂົນສົ່ງແຮ່ທາດ ໃນໄລຍະຜ່ານມາເຫັນໄດ້ວ່າມີຄວາມຊັກຊ້າ ແລະ ມີບາງຈຸດທີ່ສ້ອມແປງແລ້ວ ແຕ່ກໍ່ເປ່ເພໄວ ບໍ່ໄດ້ຄຸນະພາບ.

ຕໍ່ກັບບັນຫາດັ່ງກ່າວ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 8 ທັນວາ 2022 ວ່າ: ໃນການສ້ອມແປງເສັ້ນທາງຫຼວງແຫ່ງຊາດ ໄລຍະຜ່ານມາ ໄດ້ນຳໃຊ້ກອງທຶນສ້ອມແປງທາງ ຕາມຮູບແບບສັນຍາ 12 ເດືອນ, ເລີ່ມແຕ່ປີ 2020 ລັດຖະບານໄດ້ຫັນເອົາການຈັດຕັ້ງປະຕິບັດແຜນລາຍຈ່າຍງົບປະມານກອງທຶນທາງ ໃຫ້ໄປຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ໂດຍໄດ້ລະບຸໄວ້ໃນຄຳແນະນຳການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງລັດ ບັນດາໂຄງການທີ່ໃຊ້ງົບປະມານກອງທຶນທາງ ຕ້ອງໄດ້ຮັບການປະເມີນຈາກອົງການຮັບຜິດຊອບ ການປະເມີນຜົນໂຄງການ ການລົງທຶນຂອງລັດ, ຜ່ານການປະຕິບັດຕົວຈິງເຫັນໄດ້ວ່າມີຄວາມຫຍຸ້ງຫຍາກຫຼາຍດ້ານເຊັ່ນ:

  1. ຂະບວນການພິຈາລະນາ ແລະ ຮັບຮອງເອົາບັນດາໂຄງການເຂົ້າແຜນການລົງທຶນຂອງລັດ ຕ້ອງໄດ້ເຂົ້າແຜນການປະເມີນ ຕ້ອງໄດ້ໃຊ້ເວລາເຖິງ 6 ເດືອນ.
  2. ໃຊ້ເວລາດຳເນິນການປະມູນເອົາຜູ້ຮັບເໝົາປະມານ 3-4 ເດືອນ.
  3. ງົບປະມານຊຳລະໃຫ້ຜູ້ຮັບເໝົາບໍ່ສາມາດຕອບສະໜອງຕາມເງື່ອນໄຂຂອງສັນຍາ ສາມາດຊຳລະໄດ້ພຽງ 6-8% ຕໍ່ປີເຮັດໃຫ້ການຊຳລະແກ່ຍາວເປັນສິບປີ.

ເພື່ອແກ້ໄຂບັນຫາດັ່ງກ່າວ ເຮັດໃຫ້ກະຊວງໄດ້ປ່ຽນຮູບແບບ ດ້ວຍຫັນເປັນສັນຍາ 3 ປີ ຫຼຸດຜ່ອນຂະບວນການສ້າງແຜນ ແລະ ສະໜອງທຶນງົບປະມານແມ່ນຂຶ້ນກັບສະພາບງົບປະມານຕົວຈິງ ຕາມແຜນແມ່ນຈະຊຳລະກຳນົດ 3 ປີ, ປີທີ 1 ຈະສະໜອງ 20%, ປີທີ 2 40%, ປີທີ 3 40%.

ຕໍ່ກັບການຂົນສົ່ງແຮ່ທາດ ເຮັດໃຫ້ສົ່ງຜົນກະທົບຕໍ່ທະໜົນຫົນທາງໃນຫຼາຍແຂວງທົ່ວປະເທດ, ຕໍ່ກັບການແກ້ໄຂຜ່ານມາ ໄດ້ປັບປຸງກົນໄກການຈັດຕັ້ງປະຕິບັດການຄຸ້ມຄອງດຳລັດ ບັນດາແຂວງໄດ້ຈັດຕັ້ງຄະນະກວດກາສະເພາະກິດເພື່ອຄຸ້ມຄອງ ແລະ ຈຳກັດນ້ຳໜັກລົດບັນທຸກ ໂດຍສະເພາະໃນລະດູຝົນ ແມ່ນອອກແຈ້ງການຫຼຸດການບັນທຸກໜັກລົງຕື່ມ 20%, ພ້ອມຍັງສະເໜີໃຫ້ຜູ້ປະກອບການມີຊິງສັ່ງເປັນຂອງຕົນເອງ ເພື່ອຄຸ້ມຄອງນ້ຳໜັກຕາມຂໍ້ກຳນົດນ້ຳນັກລວມສູງສຸດຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ນອກນີ້ ກະຊວງ ຍທຂ ໄດ້ຄົ້ນຄວ້າໃຫ້ເອກະຊົນມາລົງທຶນຫັນໃຫ້ທັນສະໄໝ ນຳໃຊ້ລະບົບໄອທີຄຸ້ມຄອງການຂົນສົ່ງ.

ການແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ ເຫັນວ່າຂະແໜງການທີ່ກ່ຽວຂ້ອງໄດ້ແກ້ໄຂໄດ້ສຳເລັດເປັນສ່ວນຫຼາຍ ແລະ ມີມູນຄ່າສູງ ແລະ ເຫັນໄດ້ວ່າຜົນກະທົບ 4 ແຂວງ ທີ່ທີທາງລົດໄຟແລ່ນຜ່ານ ຍັງບໍ່ທັນໄດ້ຮັບການແກ້ໄຂ 1311 ກໍລະນີ, ໃນການຈັດຕັ້ງໂຄງການປະຕິບັດດັ່ງກ່າວ ແບ່ງອອກເປັນ 2 ບັນຫາຕົ້ນຕໍ:

  1. ຜົນກະທົບຕໍ່ສະພາບແວດລ້ອມ-ສັງຄົມ ເສັ້ນທາງລົດໄຟທີ່ຕັດຜ່ານ ເຮັດໃຫ້ຂີ້ດິນ ຫີນ ຕົກລົງໄປທີ່ດິນປະຊາຊົນ ເຮັດໃຫ້ປະຊາຊົນບໍ່ສາມາດເຮັດກະສິກຳໄດ້ ແລະ ອື່ນໆ, ຕໍ່ກັບບັນຫາດັ່ງກ່າວ ຍັງສ້າງແຜນການລະອຽດແກ້ໄຂຫຼາຍຈຸດທີ່ຖືກຜົນກະທົບ ຕາມຄາດໝາຍໄວ້ຕ້ອງໃຫ້ສຳເລັດພາຍໃນປີ 2023.
  2. ຕໍ່ກັບການຊົດເຊີຍທີ່ດິນທີ່ຖືກຜົນກັບທົບຈາກເສັ້ນທາງລົດໄຟລາວຈີນທັງໝົດ 6885 ຄອບຄົວ ໃນນັ້ນໄດ້ຊົດເຊີຍແລ້ວ 5755 ຄອບຄົວ ແລະ ຍັງບໍ່ທັນຊົດເຊີຍ 1130 ຄອບຄົວ ງົບປະມານທີ່ຈະຊົດເຊີຍໂອນໃຫ້ 4 ແຂວງລວມທັງໝົດ 1715,88 ຕື້ກີບ ຈ່າຍຄ່າຊົດເຊີຍຕົວຈິງໃຫ້ປະຊາຊົນແລ້ວ 51,29 ຕື້ກີບ ຍັງເຫຼືອ 64,59 ຕື້ກີບ ສ່ວນໃຫຍ່ແມ່ນປະຊາຊົນທີ່ຖືກຜົນກະທົບບໍ່ຍອມຮັບລາຄາທີ່ສະພາມອບໃຫ້.