Homeຂ່າວຕ່າງປະເທດເຢຍລະມັນຈັບເຈົ້າຊາຍທີ່ຫວັງໂຄ່ນລົ້ມລັດຖະບານ

ເຢຍລະມັນຈັບເຈົ້າຊາຍທີ່ຫວັງໂຄ່ນລົ້ມລັດຖະບານ

Published on

ຕຳຫຼວດເຢຍລະມັນ ບຸກຈັບເຈົ້າຊາຍໄຮຣິສ ທີ່ 13 ເຈົ້າຊາຍແຫ່ງຣອຍສ໌ (Heinrich XIII, Prince of Reuss) ແລະ ຄົນຮ່ວມຂະບວນການໄດ້ທັງໝົດ 25 ຄົນ ພາຍຫຼັງພົບເຈົ້າຊາຍກຳລັງກຽມວາງແຜນເພື່ອປະຕິວັດປ່ຽນແປງການປົກຄອງ.

ວັນທີ 7 ທັນວາ 2022 ໃນການປະຕິບັດການຄັ້ງປະຫວັດສາດທີ່ມີເຈົ້າໜ້າທີ່ເຂົ້າຮ່ວມເຖິງ 3.000 ຄົນ ເຂົ້າກວດຄົ້ນ 130 ຈຸດ ທົ່ວເຢຍລະມັນເພື່ອສະຫຼາຍຂະບວນການ Reich Citizens ພາຍໃຕ້ການນຳຂອງອະດີດສະມາຊິກລາຊະວົງເຢຍລະມັນ ອາຍຸ 71 ປີ ໄຮຣິສ ທີ່ 13 ເຈົ້າຊາຍແຫ່ງຣອຍສ໌ (Heinrich XIII, Prince of Reuss).

ເຊິ່ງຂະບວນການ Reich Citizens  ເປັນຂະບວນການມີແຜນເພື່ອບຸກຍຶດລັດຖະສະພາເຢຍລະມັນ ໂຄ່ນລົ້ມລັດຖະບານເຢຍລະມັນ ກຽມນຳລະບົບກະສັດກັບຄືນມາ ວາງແຜນບຸກຍຶດລັດຖະສະພາເຢຍລະມັນເພື່ອຍຶດອຳນາດ.

ເຈົ້າຊາຍໄຮຣິສ ທີ່ 13 ເຄີຍເປັນອະດີດຜູ້ບັນຊາການກອງທັບເຢຍລະມັນ ແລະ ອະດີດສະມາຊິກສະພາເຢຍລະມັນ ພັກ AFD ເຊິ່ງເປັນພັກການເມືອງຂວາຈັດເຢຍລະມັນ ເມໂທຣ, ທາງດ້ານສື່ອັງກິດລາຍງານວ່າ ເຈົ້າຊາຍມີແນວຄິດປະຕິເສດລັດເຢຍລະມັນສະໄໝໃໝ່ ຫຼັງສົງຄາມໂລກຄັ້ງທີ 2 ແລະ ຕ້ອງການເຮັດໜ້າທິ່ຂຶ້ນປົກຄອງປະເທດເຢຍລະມັນແທນ.

ແຫຼ່ງຂ່າວ Reuters

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...