ປກສ ເມືອງປາກງື່ມ ຈັບຕົວເປົ້າໝາຍຄ້າຂາຍຢາເສບຕິດປະເພດຢາບ້າພ້ອມຂອງກາງ 23 ພັນກວ່າເມັດ

0
849

ວັນທີ 09 ກັນຍາ 2022, ເຈົ້າໜ້າທີ່ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງປາກງື່ມ ໄດ້ຮັບແຈ້ງຂໍ້ມູນຈາກພົນລະເມືອງວ່າ: ມີການຂົນສົ່ງ ແລະ ຄ້າ-ຂາຍຢາເສບຕິດ (ຢາບ້າ) ຢູ່ເຂດບ້ານຫົວນາ ເມືອງປາກງື່ມ, ຈາກນັ້ນ ເຈົ້າໜ້າທີ່ ຈຶ່ງໄດ້ລົງກວດກາຕິດຕາມ ສາມາດກັກຕົວເປົ້າໝາຍ ຄ້າຂາຍຢາເສບຕິດ (ຢາບ້າ) ໄດ້ 1 ຄົນ ພ້ອມຂອງກາງ ຢາເສບຕິດ (ຢາບ້າ) ຈໍານວນ 23.505 ເມັດ ມາດໍາເນີນຄະດີ.

ພັທ ບຸນປານ ດາລາວົງ ຫົວໜ້າ ພະແນກຕຳຫຼວດ ປກສ ເມືອງປາກງື່ມ ໃຫ້ຮູ້ວ່າ: ເປົ້າໝາຍ ຄ້າຂາຍຢາເສບຕິດ (ຢາບ້າ) ຊື່ ທ້າວ ແຮ່ວ ອາຍຸ 37 ປີ ກຳມະກອນ ຢູ່ບ້ານ ຜາງແຫ້ງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ການຮັບສາລະພາບວ່າ: ຢາບ້າ ຈໍານວນດັ່ງກ່າວ ແມ່ນຂອງຕົນແທ້ ໄດ້ເລີ່ມຄ້າຂາຍມາແຕ່ຕົ້ນປີ 2022 ຈົນເຖິງປັດຈຸບັນ ຊື້ນໍາຊາຍຄົນໜຶ່ງ ຢູ່ບ້ານ ສີເກີດ ເມືອງນາຊາຍທອງ ນວ ຊື້ຄັ້ງລະ 12.000 ເມັດ ຫຼາຍຄັ້ງ, ເຊິ່ງຄັ້ງຫຼ້າສຸດແມ່ນ ຊື້ຈຳນວນ 18 ມັດ ມີ 36.000 ເມັດ, ພໍໄດ້ຢາບ້າມາແລ້ວ ກໍເອົາໄປຂາຍ ໃຫ້ກັບໄວລຸ້ນທົ່ວໄປ ຢູ່ບ້ານໃກ້ຄຽງ, ຕົກມາຮອດເວລາ 13:20 ໂມງ ຂອງວັນທີ 09 ກັນຍາ 2022 ຕົນເອງກຳລັງຂັບຂີ່ລົດຈັກ ຈະໄປສົ່ງຢາບ້າໃຫ້ຜູ້ຮ່ວມຂະບວນການ ຢູ່ເຂດບ້ານຫົວນາ ເມືອງ ປາກງື່ມ ຈຶ່ງຖືກເຈົ້າໜ້າທີ່ ເຂົ້າກັກຕົວ ພ້ອມຂອງກາງຢາເສບຕິດ (ຢາບ້າ) ຈາໍນວນ 23.505 ເມັດ.

ປັດຈຸບັນ ກອງບັນຊາການ ປກສ ເມືອງປາກງື່ມ ກຳລັງເລັ່ງສອບສວນ ຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການ ມາດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂ່າວຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ