spot_img
Homeຂ່າວຕ່າງປະເທດຜູ້ຜະລິດນ້ຳມັນລາຍໃຫຍ່ຂອງໂລກເຫັນດີຫຼຸດການຜະລິດນ້ຳມັນ 2 ລ້ານບາເຣວຕໍ່ມື້

ຜູ້ຜະລິດນ້ຳມັນລາຍໃຫຍ່ຂອງໂລກເຫັນດີຫຼຸດການຜະລິດນ້ຳມັນ 2 ລ້ານບາເຣວຕໍ່ມື້

Published on

ກຸ່ມໂອເປັກພຣັສ ກຽມການຫຼຸດກຳລັງຜະລິດນ້ຳມັນ 2 ລ້ານບາເຣວຕໍ່ມື້ ເພື່ອສ້າງຄວາມໝັ້ນຄົງໃຫ້ລາຄານ້ຳມັນທີ່ຫຼຸດລົງຕໍ່ເນື່ອງຫຼາຍເດືອນ ຂະນະທີ່ຫຼາຍຝັ່ງກັງວົນເລື່ອງນີ້ທີ່ຈະເຮັດໃຫ້ລາຄານ້ຳມັນເພີ່ມຂຶ້ນທົ່ວໂລກ.

ສະມາຊິກກຸ່ມໂອເປັກພຣັສ  (Opec+) ສູນລວມຜູ້ຜະລິດນ້ຳມັນລາຍໃຫຍ່ຂອງໂລກ ລວມເຖິງປະເທດສາອຸດິອາລັບບີ ແລະ ຣັດເຊຍ ໄດ້ເປີດເຜີຍໃນວັນພຸດ ທີ 5 ຕຸລາ 2022 ວ່າ ພວກເຂົາເຫັນດີຮ່ວມກັນວ່າຈະຫຼຸດປະລິມານກຳລັງຜະລິດນ້ຳມັນລົງຈຳນວນ 2 ລ້ານບາເຣວຕໍ່ມື້ ເພື່ອສ້າງຄວາມໝັ້ນຄົງໃຫ້ກັບລາຄານ້ຳມັນທີ່ຫຼຸດລົງຢ່າງຕໍ່ເນື່ອງ ໃນຊ່ວງບໍ່ເທົ່າໃດເດືອນຜ່ານມາເນື່ອງຈາກເສດຖະກິດມີການຂະຫຍາຍຕົວຊ້າລົງ.

ຢ່າງໃດກໍຕາມ ການຕັດສິນໃຈຂອງກຸ່ມOpec+ ອາດຈະເພີ່ມພາລະຂອງຜູ້ຂັບຂີ່ຍານພະຫະນະເພີ່ມຂຶ້ນ ໂດຍ Opec+ ຈະຜະລິດນ້ຳມັນໜ້ອຍລົງ ແລ້ວກຳລັງເຮັດໃຫ້ລາຄານ້ຳມັນສູງຂຶ້ນ ໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາໂດຍວັນພຸດນ້ຳມັນເບຣນຂອງເອີຣົບເພີ່ມຂຶ້ນເກືອບ 2% ປະມານ 93 ໂດລາສະຫະລັດຕໍ່ບາເຣວ.

ການເຄື່ອນໄຫວຂອງກຸ່ມ Opec+ ເຮັດໃຫ້ຫຼາຍປະເທດພະຍາຍາມຮຽກຮ້ອງໃຫ້ຜະລິດນ້ຳມັນຫຼາຍຂຶ້ນ ຍ້ອນວ່າລາຄານ້ຳມັນຫຼາຍໆປະເທດກໍເພີ່ມຂຶ້ນໃນຊ່ວງທີ່ຜ່ານມາ ໂດຍການຕັດສິນໃຈຂອງ ກຸ່ມ Opec+ ຈະສົ່ງຜົນກະທົບຕໍ່ອາເມຣິກາ ແລະ ບັນດາປະເທດເອີຣົບ ທີ່ຈະຕັ້ງເພດານລາຄານ້ຳມັນຈາກຣັດເຊຍ ເພື່ອຈຳກັດລາຍໄດ້ຂອງຣັດເຊຍບໍ່ໃຫ້ນຳໃຊ້ທາງການທະຫານ.

ແຫຼ່ງຂ່າວຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...